ວັນທີ 29 ຕຸລາ 2024, ງານສຳມະນາກ່ຽວກັບໂຄງການ “ສ້າງເຄືອຂ່າຍຄວາມສາມາດນຳພາຂອງຊາວໜຸ່ມໃນຂະແໜງການຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງກອງທຶນຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ມີຜູ້ຕາງໜ້າລັດຖະບານ, ອົງການຄົ້ນຄວ້າວິທະຍາສາດ, ສະຖາບັນການສຶກສາຊັ້ນສູງ, ວິສາຫະກິດ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ກໍຄື ໜ່ວຍງານປະຕິບັດໂຄງການ ເຊັ່ນ: ກະຊວງຊັບພະຍາກອນນ້ຳຈີນ, ຫ້ອງການຊັບພະຍາກອນນ້ຳແຫ່ງຊາດໄທ, ສູນແລກປ່ຽນເຕັກນິກເສດຖະກິດສາກົນຈີນ, ໂຄງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP, ສະຖາບັນຄົ້ນຄວ້າວິທະຍາສາດຊັບພະຍາກອນນ້ຳ ແລະ ໄຟຟ້ານ້ຳຕົກຈີນ, ມະຫາວິທະຍາໄລຟູ້ຕ້ານ, ມະຫາວິທະຍາໄລຈຸລາລົງກອນຂອງໄທ ແລະ ພາກສ່ວນອື່ນໆ ລວມທັງໝົດ 30 ກວ່າຄົນໄດ້ເຂົ້າຮ່ວມງານສຳມະນາຄັ້ງນີ້ ເພື່ອເປິກສາຫາລືຄວາມຄືບໜ້າຂອງໂຄງການດັ່ງກ່າວ, ແບ່ງປັນບົດຮຽນກ່ຽວກັບການແລກປ່ຽນ ແລະ ບຳລຸງສ້າງຊາວໜຸ່ມຜູ້ມີຄວາມຮູ້ຄວາມສາມາດໃນຂະແໜງການຊັບພະຍາກອນນ້ຳ.
ໂຄງການ “ສ້າງເຄືອຂ່າຍຄວາມສາມາດນຳພາຂອງຊາວໜຸ່ມໃນຂະແໜງການຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຈະດຳເນີນວຽກງານໃນໄລຍະປີ 2023-2024, ມີຈຸດປະສົງເພື່ອຊຸກຍູ້ຜູ້ນຳຊາວໜຸ່ມ ແລະ ກົນໄກທີ່ກ່ຽວຂ້ອງຕັ້ງໜ້າເຂົ້າຮ່ວມການຮ່ວມມືດ້ານຊັບພະຍາກອນນ້ຳຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໂດຍຜ່ານການເສີມສ້າງເຄືອຂ່າຍຊາວໜຸ່ມໃນຂະແໜງການຊັບພະຍາກອນນ້ຳຢູ່ 6 ປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.