ເພື່ອຮັບຮູ້ສະພາບດ້ານເຕັກນິກຂອງອຸມົງຕ່າງໆຕາມທາງລົດໄຟຈີນ-ລາວ, ຄົ້ນພົບ ແລະ ແກ້ໄຂຄວາມສ່ຽງດ້ານຄວາມປອດໄພຢ່າງທັນການ, ນັບແຕ່ວັນທີ 29 ຕຸລານີ້ເປັນຕົ້ນມາ, ພາກສ່ວນທາງລົດໄຟຂອງຈີນໄດ້ນໍາໃຊ້ເວລາວ່າງໃນການແລ່ນລົດໄຟ ເພື່ອດໍາເນີນການກວດກາຢ່າງຮອບດ້ານຕໍ່ອຸມົງທີ່ສ້າງຂຶ້ນໃໝ່ຈໍານວນ 167 ແຫ່ງຕາມທາງລົດໄຟຈີນ-ລາວເປັນເວລາ 2 ເດືອນ. ນີ້ແມ່ນເທື່ອທໍາອິດທີ່ດໍາເນີນການກວດກາ ແລະ ສ້ອມແປງຂະໜາດໃຫຍ່ຕໍ່ອຸມົງໃນຮອບເກືອບ 3 ປີຜ່ານມາພາຍຫຼັງທາງລົດໄຟຈີນ-ລາວເປີດນໍາໃຊ້. ເນື່ອງຈາກພູມສັນຖານຂອງພື້ນທີ່ໂຄງການທາງລົດໄຟຈີນ-ລາວຕັດຜ່ານນັ້ນມີຄວາມສັບສົນ, ດັ່ງນັ້ນ, ໄລຍະກໍ່ສ້າງຂົວ ແລະ ອຸມົງຈຶ່ງກວມເອົາ 76,5% ຂອງໄລຍະທາງກໍ່ສ້າງທັງໝົດຕະຫຼອດສາຍຂອງທາງລົດໄຟຈີນ-ລາວ.