ນະຄອນນານນິງເຂດກວາງຊີຈີນເພີ່ມຖ້ຽວບິນນານນິງ-ນະຄອນຫຼວງວຽງຈັນ

CRI, November 4, 2024
Size:

ສະໜາມບິນສາກົນອູຊວີຂອງນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເປີດເຜີຍໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 28 ຕຸລານີ້ເປັນຕົ້ນໄປ, ສະໜາມບິນສາກົນອູຊວີໄດ້ເພີ່ມຖ້ຽວບິນ “ນານນິງ-ນະຄອນຫຼວງວຽງຈັນ”.

ລະຫັດຂອງຖ້ຽວບິນ “ນານນິງ-ນະຄອນຫຼວງວຽງຈັນ” ທີ່ເພີ່ມໃໝ່ແມ່ນ GX8927/8, ດຳເນີນການບິນໂດຍບໍລິສັດການບິນອ່າວເປີຍປູ້, ແລະຈະບິນທຸກວັນຈັນ, ວັນພຸດ ແລະວັນສຸກ.