ງານວາງສະແດງກ່ຽວກັບການຮ່ວມມືສີຂຽວ(LM) “ການສົ່ງເສີມການຄ້າສາກົນຈີນ” ໄດ້ຈັດຂຶ້ນທີ່ນະຄອນ​ຫຼວງບາງກອກ

lmcchina.org, November 3, 2024
Size:

ວັນທີ 24 ຕຸລາ 2024, ຄະນະກຳມະການສົ່ງເສີມການຄ້າສາກົນຈີນໄດ້ເປັນເຈົ້າພາບຈັດງານວາງສະແດງກ່ຽວກັບການຮ່ວມມືສີຂຽວ (LM) “ການສົ່ງເສີມການຄ້າສາກົນຈີນ” ຢູ່ນະຄອນຫຼວງບາງກອກຂອງລາຊະອານາຈັກໄທ ເຊິ່ງດຳເນີນໄປເປັນເວລາ 4 ມື້ ພາຍໃຕ້ຫົວຂໍ້ “ສີຂຽວຂັບເຄື່ອນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຮ່ວມກັນວາງແຜນອະນາຄົດ” ແລະ ເປັນການວາງ ສະແດງຜົນງານແບບລວມສູນຂອງການຮ່ວມມືໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM). ໃນບົດກ່າວເປີດງານ, ຜູ້ຕາງໜ້າສອງຝ່າຍຈີນ-ໄທ ໄດ້ຫວນຄືນຜົນສຳເລັດອັນສະຫງ່າງາມນັບແຕ່ການສະເໜີຂໍ້ລິເລີ່ມການຮ່ວມມື LM ມາເປັນເວລາ 10 ປີ ແລະ ໄດ້ຝາກຄວາມຫວັງທີ່ດີຕໍ່ອະນາຄົດອັນກວ້າງໄກຂອງການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ເນັ້ນໜັກວ່າ: ໃນຖານະເປັນສະມາຊິກສຳຄັນຂອງພາກພື້ນ LM, ສອງປະເທດຈີນ-ໄທຈະສືບຕໍ່ຍຶດໝັ້ນຫຼັກການຮ່ວມກັນເປິກສາຫາລື ຮ່ວມກັນສ້າງສາ ແລະ ຮ່ວມກັນຊົມໃຊ້, ລົງເລິກການຮ່ວມມືດ້ານເຕັກນິກສີຂຽວ ແລະ ຮ່ວມກັນນຳໜ້າຫັນປ່ຽນການພັດທະນາເປັນຮູບແບບສີຂຽວໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ LM. 

ໃນງານວາງສະແດງຄັ້ງນີ້, ມີວິສາຫະກິດທີ່ດີເດັ່ນຈາກຈີນ 34 ແຫ່ງທີ່ໄດ້ນໍາເອົາຜະລິດຕະພັນ ແລະ ເຕັກນິກໃໝ່ຫຼ້າສຸດຂອງຕົນມາວາງສະແດງ. ຢູ່ສະຖານທີ່ຈັດງານ, ຍັງໄດ້ຈັດເຂດສະເພາະສໍາລັບວາງສະແດງຜົນງານການຮ່ວມມື ຂອງພາກພື້ນ LM ຢ່າງຮອບດ້ານ  ແລະ ສິ່ງທີ່ປະສົບຜົນສຳເລັດ 20 ຢ່າງລະຫວ່າງ 6 ປະເທດ LM ໃນຂົງເຂດຕ່າງໆ ເຊັ່ນ:ການພັດທະນາແບບສີຂຽວ, ການອະນຸຮັກລະບົບນິເວດ ແລະ ພະລັງງານສະອາດ ເປັນຕົ້ນ.