ອີງຕາມແຫຼ່ງຂ່າວຈາກສະຖານີບໍ່ເຕ່ນຕາມທາງລົດໄຟຈີນ-ລາວແຈ້ງໃຫ້ຮູ້ວ່າ: ວັນທີ 18 ຕຸລາ 2024, ເນື່ອງຈາກບຸນອອກພັນສາຂອງລາວ ແລະ ຄວາມນິຍົມການທ່ອງທ່ຽວແບບຂ້າມຊາຍແດນ, ດ່ານເຂົ້າອອກເມືອງຕາມເສັ້ນທາງລົດໄຟຈີນ-ລາວໄດ້ຕ້ອນຮັບຜູ້ໂດຍສານຈຳນວນຫຼວງຫຼາຍ, ພາຍໃນມື້ດຽວໄດ້ກວດກາ ແລະ ອະນຸຍາດໃຫ້ຜູ້ໂດຍສານເຂົ້າອອກ-ເມືອງເຖິງ 1.273 ຄົນ ເຊິ່ງເປັນສະຖິຕິສູງສຸດນັບແຕ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ.
ວັນທີ 17 ຕຸລາ 2024 ເຊິ່ງກົງກັບບຸນອອກພັນສາປີລະເທື່ອຂອງລາວ ເຊິ່ງເປັນໜຶ່ງໃນບຸນປະເພນີທີ່ສຳຄັນຂອງລາວໃນຕະຫຼອດປີ. ໃນໄລຍະວັນບຸນ, ພຸດທະສາສະນິກະຊົນໃນທົ່ວປະເທດລາວໄດ້ຈັດພິທີສະເຫຼີມສະຫຼອງຢ່າງຄຶກຄື້ນ, ພ້ອມນັ້ນຍັງໄດ້ຈັດການແຂ່ງຂັນຊ່ວງເຮືອຢ່າງຍິ່ງໃຫຍ່, ມີປະເພນີວຽນທຽນ ຈູດບັ້ງໄຟດອກ ແລະ ໄຫຼເຮືອໄຟ, ນອກນັ້ນຍັງມີງານຕະຫຼາດນັດ ການສະແດງສິລະປະວັນນະຄະດີ ແລະອື່ນໆ.
ເພື່ອຕອບສະໜອງກັບຄວາມຕ້ອງການຂອງຜູ້ໂດຍສານປະເທດຕ່າງໆທີ່ເດີນທາງຂ້າມຊາດຜ່ານຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວ, ເສີມຂະຫຍາຍບົດບາດຂອງທາງຜ່ານຄຳໄດ້ເປັນຢ່າງດີກວ່າເກົ່າ, ພາກສ່ວນທາງລົດໄຟສອງປະເທດຈີນ-ລາວໄດ້ປະກາດໃຊ້ຮູບການເດີນທາງຕ່າງໆທີ່ສະດວກ ວ່ອງໄວ, ພົວພັນກັບບໍລິສັດທ່ອງທ່ຽວລ່ວງໜ້າ, ຮັບຮູ້ວາລະການເດີນທາງ ແລະ ຈຳນວນນັກທ່ອງທ່ຽວໃນກຸ່ມນັກທ່ອງທ່ຽວ ເພື່ອຄາດຄະເນສະພາບການເຄື່ອນໄຫວຂອງຜູ້ໂດຍສານ. ພ້ອມກັນນັ້ນ, ຍັງໄດ້ເພີ່ມຂະບວນລົດໄຟໂດຍສານ ຫຼື ເຊື່ອມຕໍ່ລົດໄຟໂດຍສານ 2 ຂະບວນ ທີ່ເຊື່ອມຕໍ່ເມືອງທ່ອງທ່ຽວຍອດນິຍົມ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສິບສອງພັ່ນນາ ແລະອື່ນໆ ເຊິ່ງໄດ້ເພີ່ມພະລັງຊີວິດອັນໃໝ່ເຂົ້າສູ່ຕະຫຼາດທ່ອງທ່ຽວຕ່າງປະເທດຂອງຈີນ ແລະ ລາວ. ວັນທີ 24 ກັນຍາ 2024, ຂະບວນລົດໄຟທ່ອງທ່ຽວຂ້າມຊາດຂະບວນທຳອິດຕາມທາງລົດໄຟຈີນ-ລາວທີ່ມີຊື່ວ່າ “ແສງດາວ·ຂະບວນລ້ານຊ້າງ-ແມ່ນ້ຳຂອງ”ໄດ້ອອກເດີນທາງຈາກນະຄອນຄຸນໝິງແຂວງຢຸນນານຈີນ, ຮູບແບບຂະແໜງການໃໝ່ທີ່ເຊື່ອມໂຍງການຄົມມະນາຄົມ ແລະ ການທ່ອງທ່ຽວຕາມທາງລົດໄຟຈີນ-ລາວໄດ້ເລີ່ມຕົ້ນນັບແຕ່ນີ້ເປັນຕົ້ນໄປ.