ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ “ປັກ​ກິ່ງ-ຢຸນ​ນານ•ເສັ້ນ​ທາງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ເປີດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຈີນ-ລາວ

lmcchina.org, November 1, 2024
Size:

ຫວ່າງບໍ່ດົນມານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວ ປັກກິ່ງ-ຢຸນນານ•ເສັ້ນທາງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂະບວນທຳອິດທີ່ບັນທຸກກ້ວຍຈາກປະເທດລາວ ໄດ້ເດີນທາງອອກຈາກສະຖານີຫວາງເຈ້ຍຢິງທາງຕາເວັນຕົກຂອງນະຄອນຄຸນໝິງແຂວງຢຸນນານຈີນ ໄປສູ່ ເມືອງຜິງກູນະຄອນຫຼວງປັກກິ່ງທາງພາກເໜືອຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ລົດໄຟສິນຄ້າແຊ່ເຢັນສາກົນຕາມທາງລົດໄຟຈີນ-ລາວ ທັງເປັນຂະບວນລົດໄຟຂົນສົ່ງສິນຄ້າສາກົນ ປັກກິ່ງ-ຢຸນນານ•ເສັ້ນທາງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ເປີດບໍລິການຢ່າງເປັນທາງການແລ້ວ ໂດຍໄດ້ເປີດເສັ້ນທາງຂົນສົ່ງສາກົນທີ່ເຊື່ອມຕໍ່ນະຄອນຫຼວງປັກກິ່ງ ແລະ ແຂວງຢຸນນານຂອງຈີນກັບປະເທດໃນອາຊີຕາເວັນອອກສຽງໃຕ້.

ການເປີດບໍລິການຂອງເສັ້ນທາງຂົນສົ່ງດັ່ງກ່າວ, ໄດ້ເພີ່ມພະລັງຊີວິດອັນໃໝ່ ເຂົ້າໃນການໄປມາຫາສູ່ກັນດ້ານການຄ້າລະຫວ່າງສອງປະເທດຈີນ-ລາວ. ກ້ວຍ ແລະ ຜະລິດຕະພັນກະສິກຳອື່ນໆທີ່ອຸດົມສົມບູນຂອງ ລາວ ສາມາດເຂົ້າສູ່ຕະຫຼາດຈີນໄດ້ຢ່າງສະດວກວ່ອງໄວ ແລະ ມີປະສິດທິພາບສູງກວ່າເກົ່າ, ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນປະເທດຈີນຕໍ່ໝາກໄມ້ທີ່ມີເອກະລັກຂອງຕ່າງປະເທດ.

ພ້ອມກັນນັ້ນ, ອຸດສາຫະກຳທີ່ມີທ່າແຮງຢູ່ຂອບເຂດປັກກິ່ງ-ທຽນສິນ-ແຂວງເຫີເປີຍແມ່ນສາມາດກ້າວໄປສູ່ປະເທດໃນອາຊີຕາເວັນອອກສຽງໃຕ້ໂດຍຜ່ານເສັ້ນທາງລົດໄຟສາຍນີ້, ການຈັດສັນຊັບພະຍາກອນ ແລະ ການຊ່ວຍຊູຍູ້ໜູນກັນ ດ້ານອຸດສາຫະກຳຈະພັດທະນາຕື່ມອີກ.

ການເຄື່ອນໄຫວຢ່າງເປັນປົກກະຕິຂອງຂະບວນລົດໄຟດັ່ງກ່າວ ຈະຊຸກຍູ້ໃຫ້ສອງທ້ອງຖິ່ນຮ່ວມກັນຄົ້ນຄວ້າ ແລະ ສ້າງຮູບການຈໍລະຈອນສິນຄ້າແບບໃໝ່ ເຊັ່ນ: ສາງສະສົມຜະລິດຕະພັນສົດແບບປອດພາສີ ແລະອື່ນໆ, ແລ້ວຊຸກຍູ້ທ່ວງທ່າທີ່ດີ ໂດຍມີທ່າແຮງຊ່ວຍຊູຍູ້ໜູນກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.