ໃນວັນທີ 11 ຕຸລາ 2024, “ງານເທດສະການຈັດຊື້ໝາກໄມ້ແມ່ນໍ້າລ້ານຊ້າງ-ແມ່ນນໍ້າຂອງ--- ງວດສະເພາະປະເທດຫວຽດນາມ, ກຳປູເຈຍ ແລະ ລາວ” ໄດ້ຈັດຂຶ້ນຢູ່ສະໜາມທົງເຕີ ນະຄອນຄຸນໝິງ ແຂວງຢູນນານ ເຊິ່ງກິດຈະກຳດັ່ງກ່າວໄດ້ດຳເນີນໄປຮອດວັນທີ 16 ຕຸລາ 2024.
ທ່ານ HOUR SOPHARA, ກົງສຸນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳ ນະຄອນຄຸນມິງ ສປ ຈີນ, ທ່ານ ປອງດອງ ປະຊາພັກດີ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນຄຸນໝິງ, ທ່ານ ຫງວຽນຕວນແອັງ ຫົວໜ້າຫ້ອງການການຄ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ນະຄອນຄຸນໝິງໄດ້ເຂົ້າຮ່ວມພິທີເປີດພ້ອມທັງຂຶ້ນກ່າວຄຳເຫັນ. ເຈົ້າໜ້າທີ່ຈາກກົງສຸນຂອງສາມປະເທດດັ່ງກ່າວລ້ວນແຕ່ເຫັນວ່າ: ໂດຍຢູ່ພາຍໃຕ້ການຊີ້ນໍາຂອງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງປະເທດກຳປູເຈຍ, ລາວ, ຫວຽດນາມ ແລະ ຈີນ ນັບມື້ນັບໄດ້ຮັບການພັດທະນາໃຫ້ ລົງສູ່ລວງເລິກ, ຫວັງວ່າ ຈະສາມາດຮ່ວມມືກັບແຂວງຢູນນານ ໃນດ້ານການສົ່ງເສີມການຄ້າ ແລະ ການລົງທຶນ, ພ້ອມທັງສະເໜີວ່າ: ໃນອະນາຄົດ ທຸກຝ່າຍຄວນເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນການສົ່ງເສີມການຜະລິດຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ, ການສ້າງມາດຕະຖານຄວາມປອດໄພ ເປັນຕົ້ນ.
ຢູ່ສະຖານທີ່ຈັດງານ, ໝາກໄມ້ທີ່ມີຄຸນນະພາບສູງຈາກປະເທດຫວຽດນາມ, ກຳປູເຈຍ, ລາວ ກໍຄື ຜະລິດຕະພັນທີ່ມີເອກະລັກສະເພາະຂອງແຂວງຢູນນານໄດ້ດຶງດູດຜູ້ບໍລິໂພກຈຳນວນຫຼວງຫຼາຍມາເລືອກຊິມ ແລະ ເລືອກຊື້.