ຕອນຄໍ່າວັນທີ 1 ຕຸລາ2024, ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12 ໄດ້ຈັດຂຶ້ນຢູ່ສວນດອກໄມ້ມານທິງ ເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຂອງຈີນ. ມີການນຳ ແລະ ແຂກຜູ້ມີກຽດ ທີ່ມາຈາກລາວ, ກໍາປູເຈຍ, ມາເລເຊຍ, ມຽນມາ, ຫວຽດນາມ, ບັງກະລາເດັດ, ໄທ ແລະປະເທດອື່ນໆ ພ້ອມດ້ວຍທ່ານ ລົວຮົງຈຽງ ຮອງປະທານ ຄະນະກຳມະການປະຈຳສະພາປະຊາຊົນແຂວງຢຸນນານ ໄດ້ເຂົ້າຮ່ວມພິທີເປີດງານຄັ້ງນີ້.
ງານສິລະປະວັດທະນະທໍາຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ສິລະປະທີ່ສະແດງເຖິງຄວາມຝັນ, ຈິດໃຈຜູກພັນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແນໃສ່ສືບທອດ ແລະ ແລກປ່ຽນລະຫວ່າງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ ກັບ ວັດທະນະທຳຂອງບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໂດຍມີລາຍການດີເດັ່ນທີ່ມີລັກສະນະເປັນຕົວແທນທີ່ສຸດຂອງປະເທດຕ່າງໆ. ລາຍການສິລະປະວັດທະນະທໍາ ທີ່ມີສີສັນພິເສດຂອງບັນດາປະເທດໄດ້ຂຶ້ນສະແດງຕາມລຳດັບ. ການຟ້ອນທີ່ສວຍງາມ, ດົນຕີທີ່ມ່ວນຫູ, ວັດທະນະທຳທີ່ແຕກຕ່າງກັນໄດ້ປະສົມປະສານກັນຢູ່ທີ່ແຫ່ງນີ້, ເປັນການຮ້ອງເພງທີ່ກົມ ກຽວ ເພື່ອສັນລະເສີນຄວາມໃກ້ຊິດກັນທາງດ້ານພູມສັນຖານ ແລະ ຄວາມສະໜິດສະໝົມກັນ ລະຫວ່າງປະຊາຊົນຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.