ຜົນ​ງານຂອງ​ນັກ​ຖ່າຍ​ຮູບ 50 ກວ່າຄົນຈາກບັນ​ດາປະເທດລຸ່ມແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ ໄດ້​ວາງ​ສະແດງ​ຢູ່ກິ່ງແຂວງສິບສອງພັ່ນນາ

lmcchina.org, October 14, 2024
Size:

ໃນວັນທີ 4 ຕຸລາ 2024, ຜົນງານ 100 ກວ່າກຸ່ມ ທີ່ຖ່າຍໂດຍ ນັກຖ່າຍຮູບ 50 ກວ່າຄົນຈາກບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມີເນື້ອໃນລວມເອົາວັດທະນະທຳຊົນເຜົ່າ, ທິວທັດທຳມະຊາດ ແລະ ຮີດຄອງປະເພນີເປັນຕົ້ນ ໄດ້ວາງສະແດງຢູ່ເຂດທ່ອງທ່ຽວສວນໄທລື້ ເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຂອງຈີນ, ເຊິ່ງໄດ້ດຶງດູດປະຊາຊົນທ້ອງຖິ່ນກໍຄືນັກທ່ອງທ່ຽວ ເປັນຈຳນວນຫຼາຍເຂົ້າຊົມ.

ລະຫວ່າງວັນທີ 1-30 ຕຸລາ 2024, ງານວາງສະແດງຮູບພາບ ແລະ ວີດີໂອສາກົນສິບສອງພັ່ນນາ ແມ່ນ້ຳໃຫຍ່ສາຍໜຶ່ງ” ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ຫຼາຍບ່ອນຂອງເມືອງຊຽງຮຸ່ງ. ໃນນາມເປັນກິດຈະກຳໜຶ່ງຂອງ ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 12, ງານວາງສະແດງຮູບພາບ ແລະ ວີດີໂອດັ່ງກ່າວໄດ້ສ້າງເວທີແລກປ່ຽນວັດທະນະທຳ ທີ່ມຸ່ງໜ້າໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ເພື່ອສະແດງຜົນງານຮູບພາບ ແລະ ວີດີໂອທີ່ດີເດັ່ນຂອງປະເທດຕ່າງໆໃຫ້ແກ່ທົ່ວໂລກໄດ້ຮູ້ຈັກ. ໃນນັ້ນ, ນັກຖ່າຍຮູບທີ່ມາຈາກມຽນມາ ໄດ້ສະແດງໃຫ້ເຫັນລະຄອນເພງແບບດັ້ງເດີມ ແລະ ຊີວິດການເປັນຢູ່ຂອງກຳມະກອນບໍ່ແຮ່ມຽນມາ, ນັກຖ່າຍຮູບທີ່ມາຈາກໄທໄດ້ສະແດງໃຫ້ເຫັນຮູບພາບຂອງສັດທີ່ໃກ້ຈະສູນພັນ ແລະ ເຊື້ອສາຍຈີນສັນຊາດໄທທີ່ອາໄສຢູ່ເກາະພູເກັດ. ນອກຈາກນີ້, ຍັງມີຕະຫຼາດແມ່ນ້ຳຂອງໃນສາຍຕາຂອງນັກຖ່າຍຮູບຫວຽດນາມ ແລະ ປະຊາຊົນທີ່ອາໄສຢູ່ລຸ່ມແມ່ນ້ຳຂອງຂອງນັກຖ່າຍຮູບກຳປູເຈຍເປັນຕົ້ນ.

ວັນທີ 1 ຕຸລາ2024, ງານສິລະປະວັດທະນະທໍາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງນີ້ ໄດ້ຈັດຂຶ້ນຢູ່ເມືອງຊຽງຮຸ່ງກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຂອງຈີນ. ສິລະປິນ 300 ກວ່າຄົນຈາກບັນດາປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຕົ້າໂຮມກັນຢູ່ກິ່ງແຂວງສິບສອງພັ່ນນາ ເພື່ອດໍາເນີນການແລກປ່ຽນທາງດ້ານສິລະປະວັດທະນະທໍາ ແລະ ເປິກສາຫາລືການຮ່ວມມືໃນຫຼາຍຂົງເຂດ.