ລາຍການສະແດງໃນງານລາຕີສິລະປະວັດທະນະທຳຂອງເທສະການສິລະປະວັດທະນະທຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2024 ກໍາລັງດໍາເນີນການຝຶກຊ້ອມຢ່າງຂຸ້ນຂ້ຽວ

lmcchina.org, October 8, 2024
Size:

ວັນທີ 18 ກັນຍາ, ນັກສະແດງທີ່ເຂົ້າຮ່ວມການສະແດງໃນງານລາຕີສິລະປະວັດທະນະທຳຂອງພິທີເປີດເທສະການສິລະປະວັດທະນະທຳຈາກບັນດາປະເທດຢູ່ຕາມເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ຄັ້ງທີ 12 ໍາລັງຂຸ້ນຂ້ຽວຝຶກຊ້ອມຢູ່ໂຮງລະຄອນສວນສາທາລະນະມ້ານທິງ ສິບສອງພັນນາ.

ທ່ານ ນາງ ສາວຜິງ (Cao Ping), ຫົວໜ້າຜູ້ກໍາກັບການສະແດງ ຂອງ ພິທີເປີດເທສະການໄດ້ກ່າວວ່າ ງານລາຕີຈະຖືເອົາມໍລະດົກວັດທະນະທຳທີ່ເປັນນາມມະທຳ ແລະ ມີຄວາມຫຼາກຫຼາຍສີສັນຂອງບັນດາປະເທດຢູ່ຕາມເຂດລ້ອງ LM ເປັນສື່ກາງ ໂດຍສົມທົບກັບການນຳໃຊ້ຮູບແບບສິລະປະຕ່າງໆ ເພື່ອຊຸກຍູ້ການແລກປ່ຽນເຊິ່ງກັນແລະກັນ ລະຫວ່າງວັດທະນະທຳທີ່ມີມາແຕ່ດົນນານຂອງບັນດາປະເທດຢູ່ຕາມເຂດລ້ອງ LM.

ງານລາຕີສິລະປະວັດທະນະທຳຂອງພິທີເປີດເທສະານໄດ້ຍຶດຖືເອົາ ການສືບທອດ ແລະ ການແລກປ່ຽນທາງດ້ານວັດທະນະທຳອັນເປັນມູນເຊື້ອຂອງຈີນ ແລະ ວັດທະນະທຳຂອງບັນດາປະເທດ LM ເປັນວັດຖຸປະສົງຫຼັກ, ໂດຍໄດ້ເຊື້ອເຊີນຄະນະການສະແດງທີ່ດີເດັ່ນລະດັບຊາດຈາກປະເທດໄທ, ກຳປູເຈຍ, ຫວຽດນາມ, ລາວ ແລະ ມຽນມາ ມາສະແດງຮ່ວມກັນ.

ໃນງານລາຕີຄັ້ງນີ້ ມີຜູ້ເຂົ້າຮ່ວມການສະແດງທັງໝົດ 300 ກວ່າຄົນ ແລະ ຄະນະການສະແດງຕ່າງປະເທດຈະເດີນທາງຮອດສິບສອງພັນນາໃນວັນທີ 29 ກັນຍາ ແລະ ດຳເນີນການຝຶກຊ້ອມຮ່ວມກັບນັກສະແດງພາຍໃນປະເທດຈີນ.