ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນປຶກສາຫາລືກ່ຽວກັບການສະກັດກັ້ນ ແລະ ການຄວບຄຸມເຊື້ອພະຍາດ Hp

lmcchina.org, October 8, 2024
Size:

ໃນຂົງເຂດສາທາລະນະສຸກທົ່ວໂລກ, ເຊື້ອ Helicobacter pylori (ເອີ້ນຫຍໍ້ວ່າ Hp) ເປັນເຊື້ອພະຍາດຊະນິດໜຶ່ງທາງກະເພາະທີ່ເກີດຂຶ້ນຫຼາຍ, ເຊິ່ງໃນປັດຈະບັນ ບັນຫາການຕິດເຊື້ອ Hp ກໍນັບມື້ນັບໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກບັນດາປະເທດຢູ່ຕາມເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM). ໃນລະຫວ່າງວັນທີ 19 ຫາ 20 ກັນຍາ, ຢູ່ທີ່ນະຄອນເສິນຢາງ ແຂວງຫຼຽວນິງ ສປ ຈີນ, ໄດ້ຈັດກອງປະຊຸມສໍາມະນາການຝຶກອົບຮົມດ້ານການນຳໃຊ້ຢາກຳມັນຕະພາບລັງສີເພື່ອຊ່ວຍເຫຼືອບັນດາປະເທດຢູ່ຕາມເຂດລ້ອງ LM ໃນການສະກັດກັ້ນ ແລະ ຄວບຄຸມ ເຊື້ອ Hp.

ໃນເວທີປາໄສໂຕະມົນ, ຊ່ຽວຊານຈາກບັນດາປະເທດຢູ່ຕາມເຂດລ້ອງ LM ໄດ້ແລກປ່ຽນບົດຮຽນ ກ່ຽວກັບວິທີບົ່ງມະຕິພະຍາດ ແລະ ການປິ່ນປົວການຕິດເຊື້ອ Hp ທີ່ນຳໃຊ້ໃນປະເທດຂອງຕົນໃນປັດຈຸບັນ ກໍຄື ທ່າແຮງແລະຈຸດດ້ອຍຂອງວິທີດັ່ງກ່າວ ພ້ອມທັງໄດມີການແລກປ່ຽນຄຳຄິດເຫັນຢ່າງຟົດຟື້ນໂດຍປິ່ນອ້ອມບັນຫາທີ່ຕ້ອງແກ້ໄຂຢ່າງຮີບດ່ວນໃນການກວດ ແລະ ການບົ່ງມະຕິການຕິດເຊື້ອ Hp. ພ້ອມດຽວກັນນີ້, ຊ່ຽວຊານຈາກບັນດາປະເທດຍັງໄດ້ຕັ້ງໜ້າຄົ້ນຄວ້າກ່ຽວກັບວິທີທາງການເພີ່ມທະວີການຮ່ວມມືສາກົນ, ຫວັງວ່າຈະຮ່ວມກັນຊຸກຍູ້ການເຜີຍແຜ່ ແລະ ການປະຍຸກໃຊ້ເຕັກນິກການບົ່ງມະຕິການຕິດເຊື້ອ Hp ໂດຍຜ່ານການການທົດສອບລົມຫາຍໃຈ ເພື່ອປະກອບສ່ວນເຂົ້າໃນພາລະກິດການຮັກສາສຸຂະພາບ ແລະ ການແພດຂອງເຂດລ້ອງ LM ຕະຫຼອດຮອດທົ່ວໂລກ.

ໃນໄລຍະດຳເນີນກອງປະຊຸມ, ຊ່ຽວຊານຈາກ 5 ປະເທດ LM ຍັງໄດ້ໄປແລກປ່ຽນ ແລະ ທັດສະນະສຶກສາຢູ່ໂຮງໝໍສາກົນຕາເວັນອອກສຽງເໜືອ ເສິນຢາງ ພ້ອມທັງໄດ້ດຳເນີນການແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນຕ່າງໆ ເຊັ່ນ: ວິທີການບົ່ງມະຕິການຕິດເຊື້ອ Hp ແລະ ການຍົກສູງອັດຕາຄວາມຊັດເຈນຂອງການບົ່ງມະຕິ.