ໃນວັນທີ 23 ສິງຫາ 2024, ກິດຈະກໍາວາງສະແດງ ແລະ ແລກປ່ຽນຜົນງານດ້ານການເຊື່ອມໂຍງລະຫວ່າງການສຶກສາ ກັບ ຂະແໜງອຸດສາຫະກໍາ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນທີ່ນະຄອນກຸ້ຍຢາງ ແຂວງກຸ້ຍໂຈ່ວ ໂດຍມີຜູ້ນໍາ ແລະ ແຂກຜູ້ມີກຽດຈາກບັນດາປະເທດໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມເປິກສາຫາລືກ່ຽວກັບການເຊື່ອມໂຍງກັນໃນລະດັບສູງລະຫວ່າງການສຶກສາກັບຂະແໜງອຸດສາຫະກໍາ ເຊິ່ງໄດ້ເພີ່ມແຮງຂັບເຄື່ອນອັນໃໝ່ເຂົ້າໃນການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ.
ໂດຍປິ່ນອ້ອມຫົວຂໍ້ການພັດທະນາແບບເຊື່ອມໂຍງກັນລະຫວ່າງການສຶກສາກັບຂະແໜງອຸດສາຫະກໍາໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ກິດຈະກໍາຄັ້ງນີ້ໄດ້ ແລກປ່ຽນບົດຮຽນທີ່ດີ ແລະ ຄວາມຄິດເຫັນອັນແຫຼມຄົມ ກ່ຽວກັບການຊຸກຍູ້ການພັດທະນາດ້ານອາຊີວະສຶກສາດ້ວຍການເຊື່ອມໂຍງກັນລະຫວ່າງການສຶກສາກັບຂະແໜງອຸດສາຫະກໍາ ຂອງບັນດາສະຖາບັນການສຶກສາ ເຊິ່ງເປັນເນື້ອໃນທີ່ຕິດແທດຕົວຈິງ ແລະ ມີຫົວຄິດປະດິດສ້າງ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມພາກັນກ່າວວ່າ: ການເຊື່ອມໂຍງກັນໃນລະດັບສູງລະຫວ່າງການສຶກສາ ກັບ ຂະແໜງອຸດສາຫະກໍາ ແມ່ນພົວພັນເຖິງອະນາຄົດຂອງຊາວໜຸ່ມບັນດາປະເທດ ແລະ ການພັດທະນາແບບຍືນຍົງຂອງເສດຖະກິດໃນພາກພື້ນໂດຍກົງ. ໂດຍຜ່ານການແລກປ່ຽນໃນກິດຈະກໍາຄັ້ງນີ້, ບັນດາຜູ້ ເຂົ້າຮ່ວມບໍ່ພຽງແຕ່ໄດ້ມີຄວາມເຂົ້າໃຈຕໍ່ກົນໄກຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເພີ່ມຂຶ້ນເທົ່ານັ້ນ, ຍັງໄດ້ພົບເຫັນຄວາມເປັນໄປໄດ້ ແລະ ຈຸດລົງມືປະຕິບັດຂອງການຮ່ວມມືຫຼາຍຂຶ້ນ. ໃນຕໍ່ໜ້ານີ້, ເຂົາເຈົ້າຍັງຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ລົງເລິກການຮ່ວມມື, ຮ່ວມກັນຊຸກຍູ້ການຮ່ວມມືລະຫວ່າງປະເທດຈີນ ກັບ ບັນດາປະເທດໃນອາຊຽນທາງດ້ານການສຶກສາຊັ້ນສູງ, ອາຊີວະສຶກສາ, ການສຶກສາສາຍສາມັນ ແລະ ຂົງເຂດອື່ນໆ, ເພີ່ມທະວີການຫັນຜົນງານດ້ານວິທະຍາສາດເຕັກໂນໂລຊີເປັນຜະລິດຕະພັນ, ຊຸກຍູ້ການປັບປຸງການຈັດສັນຊັບພະຍາກອນດ້ານການສຶກສາໃຫ້ດີຂຶ້ນ ເພື່ອປະກອບສ່ວນເຂົ້າໃນການເຊື່ອມໂຍງກັນໃນລະດັບສູງລະຫວ່າງການສຶກສາ ກັບ ຂະແໜງອຸດສາຫະກໍາຢູ່ພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.