“ງານເທດສະການສິລະປະວັດທະນະທໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2024” ກິດຈະກຳການສ້າງສິລະປະກໍາຕາມບໍລິບົດທ້ອງຖິ່ນ ຂອງງານວາງສະແດງຮູບແຕ້ມສາກົນສິບສອງພັນນາ ຄັ້ງທີ Ⅶ ໄດ້ເລີ່ມຕົ້ນຂຶ້ນ

lmcchina.org, October 7, 2024
Size:

ໃນວັນທີ 13 ກັນຍາ 2024,  ກິດຈະກໍາການສ້າງສິລະປະກໍາຕາມບໍລິບົດທ້ອງຖິ່ນ ຂອງງານວາງສະແດງຮູບແຕ້ມສາກົນສິບສອງພັ່ນນາຄັ້ງທີ  ໄດ້ຈັດຂຶ້ນທີ່ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານ. 

ໃນພິທີດັ່ງກ່າວ, ບັນດາແຂກຮັບເຊີນໄດ້ຮ່ວມກັນເປີດປ້າຍ "ບ້ານນັກແຕ້ມສິບສອງພັ່ນນາ".

ງານວາງສະແດງຮູບແຕ້ມສາກົນສິບສອງພັ່ນນາ ເປັນໜຶ່ງໃນບັນດາກິດຈະກໍາສຳຄັນຂອງງານເທດສະການສິລະປະວັດທະນະທໍາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຊິ່ງໄດ້ຈັດຂຶ້ນ 6 ຄັ້ງຕິດຕໍ່ກັນຢ່າງສໍາເລັດຜົນ. ການຈັດງານວາງສະແດງຮູບແຕ້ມສາກົນສິບສອງພັ່ນນາໄດ້ຍຶດໝັ້ນຕາມລັກສະນະສາກົນ, ລັກສະນະສິລະປະ ແລະ ລັກສະນະເປີດກວ້າງ ເຊິ່ງມີຈຸດປະສົງເພື່ອສົ່ງເສີມການແລກປ່ຽນຖອດຖອນເຊິ່ງກັນ ແລະ ກັນລະຫວ່າງປະເທດຈີນ ກັບ ພາກພື້ນອາຊີໃຕ້ ແລະ ອາຊີອາຄະເນ ໃນທາງດ້ານສິລະປະວັດທະນະທໍາ ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາຊົນເຜົ່າ ແລະ ທາດແທ້ຂອງສິລະປະທີ່ເປັນເອກະລັກຂອງສິບສອງພັ່ນນາ.

ກິດຈະກໍາຄັ້ງນີ້ໄດ້ເຊື້ອເຊີນນັກສິລະປິນທີ່ມີຊື່ສຽງ 15 ຄົນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການທັດສະນະສຶກສາ ແລະ ສ້າງສິລະປະກໍາ ຕາມບໍລິບົດທ້ອງຖິ່ນເປັນເວລາ 11 ວັນ ຢູ່ສິບສອງພັ່ນນາ ທັງມີແຜນຈັດການວາງສະແດງຜົນງານການສ້າງສິລະປະກໍາຕາມບໍລິບົດທ້ອງຖິ່ນໃນເດືອນຕຸລາ 2024 ຕື່ມອີກ.