ໃນຊຸມປີທີ່ຜ່ານມາ, ໄປຄຽງຄູ່ກັບການພັດທະນາຢ່າງວ່ອງໄວຢູ່ເຂດລຽບຕາມຊາຍແດນ, ຢູ່ເຂດແຄມແມ່ນໍ້າລ້ານຊ້າງໄດ້ມີບັນຫາໃໝ່ທາງດ້ານສັງຄົມເກີດຂຶ້ນ ເປັນຕົ້ນ ຜູ້ອາຍຸສູງທີ່ໃຊ້ຊີວິດຢູ່ຄົນດຽວມີຈໍານວນຫຼາຍຂຶ້ນ, ຄວາມຂັດແຍ້ງລະຫວ່າງຄົນບ້ານໃກ້ເຮືອນຄຽງ ແລະອື່ນໆ. ເພື່ອແກ້ໄຂບັນຫາໃໝ່ທາງດ້ານສັງຄົມທີ່ຂ້ອນຂ້າງຫຍຸ້ງຍາກໃນການຄຸ້ມຄອງຕາມຊາຍແດນ, ຫ້ອງການຕໍາຫຼວດຊາຍແດນກວນເລ ກອງຕໍາຫຼວດຄຸ້ມຄອງຊາຍແດນສິບສອງພັນນາໄດ້ຈັດຕັ້ງທີມງານໂຄສະນາ-ປ້ອງກັນຄວາມສະຫງົບເພດຍິງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ປະກອບດ້ວຍເພດຍິງຈຳນວນ 10 ຄົນ.
ທ່ານ ຈາງ ເຫວີນຈູ້ນ ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ: "ທີມງານໂຄສະນາ-ປ້ອງກັນຄວາມສະຫງົບເພດຍິງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຊຸກຍູ້ການຄຸ້ມຄອງຕາມຊາຍແດນດ້ວຍຄວາມອ່ອນໂຍນ ສາມາດປ້ອງກັນບໍ່ໃຫ້ຄວາມຂັດແຍ້ງນ້ອຍໆກາຍເປັນ ‘ເຫດການອາຊະຍາກຳຮ້າຍແຮງ’ ເຊິ່ງເຫັນໄດ້ວ່າ ກໍາລັງຂອງທີມງານແມ່ຍິງເຫຼົ່ານີ້ມີຄວາມເຂັ້ມແຂງຫຼາຍ."
ບໍ່ພຽງແຕ່ເທົ່ານັ້ນ, ຍັງສາມາດເຫັນ ທີມງານໂຄສະນາ-ປ້ອງກັນຄວາມສະຫງົບເພດຍິງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ລາດຕະເວນຢູ່ພາຍໃນໂຮງຮຽນ ແລະ ຕາມຕະຫຼາດ. ສະມາຊິກທີມງານຍັງໄດ້ໄປໂຄສະນາກ່ຽວກັບຄວາມຮູ້ທາງດ້ານກົດໝາຍຢູ່ໂຮງຮຽນແຫ່ງຕ່າງໆເປັນປະຈໍາ ໂດຍແນະນຳວ່າ: "ການນໍາເອົາຄົນເຂົ້າ-ອອກເມືອງແບບຜິດກົດໝາຍເປັນການກະທໍາຜິດ, ບັນດານັກຮຽນຈົ່ງແນະນຳໃຫ້ຜູ້ປົກຄອງຂອງຕົນ ບໍ່ຄວນຫຼົງເຊື່ອການຕົວະຍົວະຫຼອກລວງຂອງ ‘ນາຍໜ້າ’." "ເວລາພົບເຫັນປາກົດການໃຊ້ຄວາມຮຸນແຮງຕໍ່ໝູ່ເພື່ອນຢູ່ພາຍໃນໂຮງຮຽນ ແມ່ນສາມາດຂໍຄວາມຊ່ວຍເຫຼືອນໍາຄູອາຈານ ຫຼື ເຈົ້າໜ້າທີ່ຕໍາຫຼວດ."
ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ທີມງານໂຄສະນາ-ປ້ອງກັນຄວາມສະຫງົບເພດຍິງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຍ່າງລາດຕະເວນຫຼາຍກວ່າ 30 ກິໂລແມັດ ເພື່ອໂຄສະນາເຜີຍແຜ່ກົດໝາຍ ແລະ ຮັກສາຄວາມສະຫງົບປອດໄພ. ຜ່ານການປະກອບສ່ວນຂອງທີມງານໂຄສະນາ-ປ້ອງກັນຄວາມສະຫງົບເພດຍິງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ເຮັດໃຫ້ຈໍານວນການຮັບແຈ້ງຄວາມ ດຳເນີນຄະດີ ແລະ ຈໍານວນຄະດີທາງຊັບສິນທີ່ສາມາດປ້ອງກັນບໍ່ໃຫ້ເກີດໄດ້ນັ້ນ ແມ່ນຫຼຸດລົງ 27,6 % ແລະ 63,16% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍສະເພາະແມ່ນການສະກັດກັ້ນຈໍານວນຄະດີທາງຊັບສິນທີ່ສາມາດປ້ອງກັນບໍ່ໃຫ້ເກີດໄດ້ນັ້ນ ແມ່ນບໍ່ໃຫ້ເກີນ 10 ລາຍ ເຊິ່ງເປັນຜົນງານແບບບໍ່ເຄີຍມີມາກ່ອນ.