ເຂດເຊິນກົ້ງ ນະຄອນຄຸນໝິງ ແຂວງຢູນນານ ມີທິວທັດທຳມະຊາດທີ່ສວຍງາມ, ມີພື້ນຖານວັດທະນະທຳທີ່ແໜ້ນໜາ ທັງມີບັນຍາກາດຕົວເມືອງທີ່ທັນສະໄໝ. ຢູ່ເທິງດິນແດນແຫ່ງນີ້ມີຕະຫຼາດຄ້າຂາຍດອກໄມ້ສົດຂະໜາດໃຫຍ່ທີ່ສຸດໃນອາຊີ ຄື: ຕະຫຼາດດອກໄມ້ໂຕນານ ເຊິ່ງດອກໄມ້ສົດຢູ່ຕະຫຼາດແຫ່ງນີ້ຈະຈຳໜ່າຍໄປສູ່ແຫ່ງຫົນຕ່າງໆຂອງຈີນ ກໍຄື 50 ກວ່າປະເທດໃນທົ່ວໂລກ ເຊັ່ນ: ສິງກະໂປ, ຫວຽດນາມ, ໄທ, ຣັດເຊຍ ແລະ ອົດສະຕຣາລີ. ຕະຫຼາດແຫ່ງນີ້ໄດ້ກາຍເປັນປ່ອງຢ້ຽມສຳຄັນທີ່ອຸດສາຫະກຳດອກໄມ້ຂອງຈີນກ້າວໄປສູ່ທົ່ວໂລກ.
ຢູ່ເທິງດິນແດນແຫ່ງນີ້ມີ “ໜອງຕ່ຽນສື” ທີ່ເປັນເຂດນ້ຳທຳມະຊາດ, ເຊິ່ງໄດ້ກໍ່ຕົວເປັນສິ່ງແວດລ້ອມລະບົບນິເວດທີ່ມີເອກະລັກສະເພາະຕົວ ຄື ມີອຸນຫະພູມສະເລ່ຍໃນແຕ່ລະປີ 15,6℃, ອັດຕາການປົກຫຸ້ມຂອງເຂດສີຂຽວກວມ 45,62%, ຖືເປັນສະຖານທີ່ ທີ່ມີດິນຟ້າອາກາດເອື້ອອຳນວຍ ແລະ ໜ້າຢູ່ ທີ່ມີຊື່ສຽງຂອງຈີນ.
ສະຖານີລົດໄຟຄຸນໝິງໃຕ້ທີ່ຕັ້ງຢູ່ພາຍໃນເຂດ ໄດ້ຕ້ອນຮັບແຂກຄົນມາຈາກທຸກທິດທຸກທາງ. ທາງລົດໄຟຈີນ-ລາວ ແມ່ນຍາວຢຽດ ເນັ່ງແຕ່ບ່ອນນີ້ໄປທາງທິດໃຕ້ຫານະຄອນຫຼວງວຽງຈັນຂອງ ສປປ ລາວ ຍາວເຖິງ 1.035 ກິໂລແມັດ. ໂດຍອາໄສທ່າແຮງດ້ານທີ່ຕັ້ງພູມສາດ, ເຂດເຊິນກົ້ງໄດ້ກາຍເປັນທັງສູນເຊື່ອມໂຍງເຊື່ອມຈອດແລວທາງໃຫຍ່ທາງລົດໄຟຢູນນານ, ສູນໂລຈິສະຕິກຕູ້ຄອນເທັນເນີຂະໜາດໃຫຍ່ແຫ່ງດຽວຢູ່ຕາມພູພຽງຢູນນານ-ກຸ້ຍໂຈ່ວ ແລະ ສູນວົງການບິນພາຍໃນ 5 ຊົ່ວໂມງໃນອາຊີ.
ເຂດເຊິນກົ້ງໄດ້ເລັ່ງລັດການກໍ່ສ້າງເຂດຈຸດສຸມຂະແໜງການເສດຖະກິດດີຈີຕອນ ແລະ ສ້າງສູນບໍລິການຂໍ້ມູນຂ່າວສານສາກົນລະດັບພາກພື້ນທີ່ໃຫ້ການບໍລິການແກ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂດພັດທະນາເສດຖະກິດດີຈີຕອນແຂວງຢູນນານ ແລະ ສູນຖານຂໍ້ມູນໃຫຍ່ຂອງນະຄອນຄຸນໝິງແມ່ນຕັ້ງຢູ່ເຂດເຊິນກົ້ງ ແລະ ວິສາຫະກິດເຕັກໂນໂລຊີເກືອບ 1.000 ແຫ່ງກໍໄດ້ເຕົ້າໂຮມກັນຢູ່ເຂດນິຄົມແຫ່ງນີ້ເຊັ່ນດຽວກັນ.
ນອກຈາກນີ້ແລ້ວ, ຢູ່ພາຍໃນເຂດເຊິນກົ້ງ ຍັງມີສະຖາບັນການສຶກສາຊັ້ນສູງ 10 ແຫ່ງ ເຊັ່ນ: ມະຫາວິທະຍາໄລຢູນນານ, ມະຫາວິທະຍາໄລວິທະຍາສາດຄຸນໝິງ ເປັນຕົ້ນ ເຊິ່ງລວມມີຄູອາຈານ ແລະ ນັກສຶກສາຫຼາຍກວ່ 200.000 າຄົນ. ງານສຳຄັນຕ່າງໆ ເຊັ່ນ: ເວທີປາໄສການຮ່ວມມືດ້ານການສຶກສາອາຊີໃຕ້-ອາຊີຕາເວັນອອກສຽງໃຕ້, ງານມະຫາກຳກິລາມິດຕະພາບນັກສຶກສາມະຫາວິທະຍາໄລຈາກປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ທີ່ແຫ່ງນີ້ ໂດຍຊາວໜຸ່ມຈາກປະເທດຕ່າງໆໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ໄດ້ເຕົ້າໂຮມກັນຢູ່ເຂດເຊິນກົ້ງ ເຊິ່ງໄດ້ເພີ່ມພະລັງແຮງໃໝ່ໃຫ້ແກ່ການພົວພັນຖານໄມຕີຈິດມິດຕະພາບລະຫວ່າງບັນດາປະເທດ.