ປະລິມານຂົນສົ່ງສິນຄ້າສາກົນຜ່ານລົດໄຟຈີນ-ລາວບຸກທະລຸ 10 ລ້ານໂຕນ

CRI, September 20, 2024
Size:

ວັນທີ 16 ກັນຍານີ້,  ລົດໄຟແຊ່ເຢັນສາກົນທີ່ບັນທຸກຜັກສົດ ແລະ ໝາກໄມ້ສົດເປັນຕົ້ນຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີບໍ່ຫານຂອງເສັ້ນທາງລົດໄຟຈີນ-ລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າປະລິມານຂົນສົ່ງສິນຄ້າສາກົນຜ່ານລົດໄຟຈີນ-ລາວໄດ້ບຸກທະລຸ 10 ລ້ານໂຕນແລ້ວ.

ນັບມາຮອດປັດຈຸບັນນີ້, ການຂົນສົ່ງສິນຄ້າຂ້າມຊາດຜ່ານລົດໄຟຈີນ-ລາວໄດ້ປົກຄຸມ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະ ປະເທດອື່ນໆ  ພ້ອມດ້ວຍຕົວເມືອງຕົ້ນຕໍພາຍໃນຈີນ,  ສິນຄ້າທີ່ຂົນສົ່ງຂ້າມຊາດເພີ່ມຂຶ້ນຮອດ 2900 ກວ່າປະເພດ, ລົດໄຟທີ່ເປີດບໍລິການສະເລ່ຍຕໍ່ວັນໄດ້ເພີ່ມຂຶ້ນຮອດ 17 ຖ້ຽວ. ເວລາຂົນສົ່ງສິນຄ້າຈາກລາວ ແລະ ໄທເປັນຕົ້ນໄປຮອດເອີຣົບຜ່ານລົດໄຟໂດຍກົງໄດ້ຫຍໍ້ເປັນ 15 ວັນ, ຖານະບົດບາດຂອງຊ່ອງທາງໃຫຍ່ສາກົນໄດ້ນັບມື້ນັບຊັດເຈນຂຶ້ນຕື່ມ.