ນາຍົກໄທສະເໜີບົດລາຍງານການບໍລິຫານປະເທດຕໍ່ລັດຖະສະພາ

CRI, September 14, 2024
Size:

ກອງປະຊຸມລັດຖະສະພາໄທໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້,ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທຄົນໃໝ່ໄດ້ສະເໜີບົດລາຍງານການບໍລິຫານປະເທດຕໍ່ລັດຖະສະພາ.

ບົດລາຍງານດັ່ງກ່າວໄດ້ເວົ້າເຖິງຍຸດທະສາດ ແລະ ນະໂຍບາຍຂອງລັດຖະບານຊຸດໄທໃໝ່ ໂດຍແນໃສ່ຊຸກຍູ້ໃຫ້ເສດຖະກິດໄທໄດ້ຮັບການພັດທະນາ ແລະ ຊຸກຍູ້ໃຫ້ສັງຄົມມີຄວາມປອງດອງກົມກຽວ.

ວັນທີ 6 ກັນຍານີ້, ທ່ານນາງແພທອງທານ ຊິນນະວັດໄດ້ນຳພາຄະນະລັດຖະບານໄທຊຸດໃໝ່,ເຂົ້າເຝົ້າສົມເດັດ ມະຫາວະຊິຣະລົງກອນ ເຈົ້າຊີວິດໄທຢູ່ພະລາຊະວັງດຸສິດມະຫາປາສາດທີ່ນະຄອນຫຼວງບາງກອກເພື່ອສະບານຕົວເຂົ້າຮັບຕຳແໜ່ງ. ຄະນະລັດຖະບານໄທຊຸດນີ້ປະກອບມີ 36ຄົນໂດຍແມ່ນ ທ່ານນາງແພທອງທານ ຫົວໜ້າພັກເພື່ອໄທເປັນນາຍົກລັດຖະມົນຕີ.