ຫວ່າງມໍ່ໆມານີ້, ທ່ານ ຄຳກອງ ກິດຕິຄຸນ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ທ່ານ ເອກະສັນ ທິບພະຈັກ ໂຄສົກໂທລະພາບແຫ່ງຊາດລາວ ໄດ້ໄປຢ້ຽມຢາມເມືອງຫຼ້າ ກິ່ງແຂວງສິບສອງພັນນາ ເພື່ອສຳຜັດກັບຮີດຄອງປະເພນີ ແລະ ວັດທະນະທຳຢູ່ເຂດຊາຍແດນລາວ-ຈີນ, ເຂົາເຈົ້າເລົ່າເລື່ອງລາວການໄປມາຫາສູ່ກັນ, ຈັບມືກັນກ້າວເດີນໄປໜ້າ ແລະມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງລາວ-ຈີນ. ມາຮ່ວມຟັງຊ່ວງເວລາທີ່ໜ້າປະທັບໃຈທີ່ສຸດຂອງພວກເຂົາກັນດີກວ່າ.