ເມື່ອບໍ່ດົນມານີ້, ພິທີເປີດຕົວໂຄງການກໍ່ສ້າງເຮືອນແມ່ຍິງມຽນມາ “ເຊື່ອມໂຍງຈິດໃຈ ການເດີນທາງຢູ່ແຂວງຢຸນນານ” ໄດ້ຈັດຂຶ້ນທີ່ສວນອຸດສາຫະກຳຊາຍແດນຣຸ່ຍຣີ້ແຂວງຢຸນນານ.
ໂຄງການນີ້ແມ່ນຮ່ວມກັນຈັດຕັ້ງປະຕິບັດໂດຍຫ້ອງການພົວພັນຕ່າງປະເທດຂອງກິ່ງແຂວງປົກຄອງຕົນເອງເຜົ່າໄທລື້-ເຜົ່າຈິງພໍ ເຕີຫົງ ແລະ ສະຫະພັນແມ່ຍິງເຕີຫົງແຂວງຢຸນນານ, ໂດຍຈະດໍາເນີນການຝຶກອົບຮົມເປັນໄລຍະເວລາ 5 ເດືອນ ໂດຍສຸມໃສ່ການສອນພາສາຈີນປະຈໍາວັນ, ກົດຫມາຍ ແລະ ລະບຽບການ, ສຸຂະອະນາໄມ , ຄວາມມັກຮັກໃນເວລາວ່າງ ແລະ ເນື້ອໃນອື່ນໆ, ເພື່ອຊ່ວຍເຫຼືອແມ່ຍິງມຽນມາຜ່ານຜ່າອຸປະສັກທາງດ້ານພາສາ, ປັບຕົວເຂົ້າກັບການເຮັດວຽກ ແລະ ດຳລົງຊີວິດທີ່ປະເທດຈີນໄດ້ດີຂຶ້ນ, ເສີມສ້າງຄວາມຮູ້ທາງດ້ານກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນເອງ, ແລະ ເພີ່ມເຕີມຄວາມຮູ້ດ້ານສຸຂະພາບ.