ທະນາຄານປະຊາຊົນຈີນ ແລະ ທະນາຄານແຫ່ງຊາດຫວຽດນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື

CRI, August 23, 2024
Size:

ວັນທີ 19 ສິງຫານີ້, ທະນາຄານປະຊາຊົນຈີນ ທີ່ເປັນທະນາຄານກາງຂອງຈີນ ແລະ ທະນາຄານແຫ່ງຊາດຫວຽດນາມ ທີ່ເປັນທະນາຄານກາງຫວຽດນາມໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງທະນາຄານປະຊາຊົນຈີນ ແລະ ທະນາຄານແຫ່ງຊາດຫວຽດນາມ” ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຊຳລະບັນຊີດ້ວຍສະກຸນເງິນຂອງປະເທດຕົນ, ການແລກປ່ຽນເງິນຕາດ້ວຍສະກຸນເງິນປະເທດຕົນ ແລະ ການເຊື່ອມຈອດກັນດ້ານການຊຳລະຂ້າມຊາດລະຫວ່າງສອງຝ່າຍ.