ນາຍົກໄທຄົນໃໝ່ຫວັງວ່າ ຈະໄດ້ຮ່ວມມືກັບຈີນຫຼາຍຂຶ້ນກວ່າເກົ່າ

CRI, August 22, 2024
Size:

ວັນທີ 18 ສິງຫານີ້, ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີຄົນໃໝ່ຂອງໄທໄດ້ຕອບຄຳຖາມຂອງນັກຂ່າວ CMG ໃນກອງປະຊຸມຖະແຫຼງຂ່າວຫຼັງພິທີຂຶ້ນດຳລົງຕຳແໜ່ງວ່າ: ໄທ ແລະ ຈີນໄດ້ຮັກສາການພົວພັນມິດຕະພາບອັນເລິກເຊິ່ງເປັນເວລາດົນນານມາແລ້ວ. ຕົນຮູ້ສຶກມີກຽດຢ່າງສູງໃນການພົບປະກັບຜູ້ນຳຈີນທຸກຄັ້ງຜ່ານມາ, ຫວັງວ່າ ໄທຈະສາມາດດຳເນີນການຮ່ວມມືກັບຈີນຫຼາຍຂຶ້ນກວ່າເກົ່າ.