ການ​ຮ່ວມ​ມື​ດ້ານພະລັງງານ​ໄຟ​ຟ້າ​ລາວ​-ຈີນ ສືບ​ຕໍ່​ກ້າວ​ເຂົ້າ​ສູ່​ລວງ​ເລິກ

Yunnan Gateway, August 9, 2024
Size:

ລາຍການຂ່າວພາບ ແລະ ສຽງພາສາມື ຊຸດທຳອິດຂອງປະເທດລາວ ທີ່ໄດ້ຮັບທຶນຈາກບໍລິສັດ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຈະອອກອາກາດທາງໂທລະພາບແຫ່ງຊາດລາວ ໃນທ້າຍເດືອນນີ້. ໃນຊຸມປີມໍ່ໆມານີ້, ທາງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ ແລະ ເພີ່ມທະວີການຮ່ວມມື ໃນດ້ານພະລັງງານໄຟຟ້າລະຫວ່າງລາວກັບຈີນຢ່າງບໍ່ຢຸດຢັ້ງ.

ໃນເດືອນມັງກອນປີນີ້, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ເລີ່ມດໍາເນີນງານຢ່າງເປັນທາງການ. ໃນຖານະທີ່ເປັນຜູ້ຈັດຕັ້ງປະຕິບັດໂຄງການເຄືອຂ່າຍສາຍສົ່ງໄຟຟ້າແຫ່ງຊາດລາວ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຮັບຜິດຊອບການລົງທຶນ, ກໍ່ສ້າງ ແລະ ດໍາເນີນໂຄງການສາຍສົ່ງໄຟຟ້າ 230 ກິໂລໂວນຂຶ້ນໄປ ແລະ ໂຄງການເຊື່ອມຕໍ່ຂ້າມຊາຍແດນກັບປະເທດເພື່ອນບ້ານ, ແນໃສ່ເຮັດໃຫ້ປະເທດລາວມີຄວາມປອດໄພ, ການບໍລິການສາຍສົ່ງພະລັງງານໄຟຟ້າທີ່ຫມັ້ນຄົງ ແລະ ຍືນຍົງ. ບໍລິສັດດັ່ງກ່າວໄດ້ຮັບທຶນສົມທົບຈາກ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ລັດວິສາຫະກິດໄຟຟ້າລາວ. 

ເພື່ອຊຸກຍູ້ການພັດທະນາອຸດສາຫະກຳພະລັງງານໄຟຟ້າແບບຍືນຍົງ, ລັດຖະບານລາວໄດ້ຕົກລົງສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ. ເປົ້າໝາຍທີ່ສຳຄັນຂອງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ແມ່ນເພື່ອສົ່ງເສີມການຈັດສັນແຫຼ່ງພະລັງງານ ແລະ ຜົນຜະລິດພະລັງງານສະອາດໃຫ້ດີທີ່ສຸດຂອງລາວ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານພະລັງງານຂອງລາວໃນລະດັບພາກພື້ນ ແລະ ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳອື່ນໆ ເພື່ອໃຊ້ປະໂຫຍດຈາກບົດບາດການສະໜັບສະໜູນຂອງພະລັງງານໄຟຟ້າ ໃນການພັດທະນາເສດຖະກິດແຫ່ງຊາດຂອງລາວ. 

ໃນຖານະເປັນອຸດສາຫະກໍາພື້ນຖານ, ອຸດສາຫະກໍາພະລັງງານໄຟຟ້າແມ່ນຂົງເຂດຫນຶ່ງທີ່ສໍາຄັນໃນການເສີມສ້າງປະຊາຄົມຮ່ວມຊາຕາກໍາລະຫວ່າງ ລາວ-ຈີນ. ໃນເດືອນທັນວາປີ 2009, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ສົ່ງໄຟຟ້າ 115 ກິໂລໂວນ ໄປຍັງລາວ ໂດຍຜ່ານດ່ານເມືອງຫຼ້າ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ ແຂວງຢຸນນານ. ນັບແຕ່ເດືອນມິຖຸນາປີ 2022 ເປັນຕົ້ນມາ ສປປ ລາວ ແລະ ສປ ຈີນ ມີການເລີ່ມຕົ້ນການຊ່ວຍເຫຼືອເຊິ່ງກັນແລະກັນດ້ານພະລັງງານໄຟຟ້າແບບສອງສົ້ນ, ມາຮອດທ້າຍເດືອນມິຖຸນາປີ 2024 ທັງສອງຝ່າຍໄດ້ບັນລຸການສົ່ງໄຟຟ້າ 286 ລ້ານກິໂລວັດໂມງ.  ໃນຊຸມປີມໍ່ໆມານີ້, ລັດຖະບານລາວໄດ້ຄົ້ນຄວ້າຢ່າງຕັ້ງໜ້າໃນການຂະຫຍາຍປະເພດໝວດໄຟຟ້າ ແລະ ນຳໃຊ້ຄວາມໄດ້ປຽບຈາກພະລັງງານສະອາດ. ສະຖານີໄຟຟ້ານ້ຳຕົກທີ່ລົງທຶນ ແລະ ກໍ່ສ້າງໂດຍ ບໍລິສັດຈີນ ລວມທັງສະຖານີໄຟຟ້ານ້ຳອູ ໄດ້ກາຍເປັນຕົວແບບຂອງໂຄງການພະລັງງານສະອາດຂະໜາດໃຫຍ່ຂອງລາວ.

ສັງລວມ: ໜັງສືພິມລາຍວັນປະຊາຊົນຈີນ, ເວັບໄຊຢຸນນານ ຜູ້ແປ/ ບັນນາທິການ: Yang Chunmei