ທ່ານ ຫວາງໜິງ ພົບປະກັບ ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

Yunnan Gateway, August 8, 2024
Size:

ໃນວັນທີ 23 ກໍລະກົດ, ທ່ານຫວາງໜິງ, ເລຂາຄະນະພັກແຂວງຢຸນນານໄດ້ພົບປະກັບທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວພ້ອມດ້ວຍຄະນະທີ່ມາແຂວງຢຸນນານເພື່ອເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 8 ພ້ອມດ້ວຍ ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກ ຄຸນໝິງປະເທດຈີນ ຄັ້ງທີ 28.

ທ່ານ ຫວາງໜິງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ກິແກ້ວ ໄຂຄໍາພິທູນ ພ້ອມດ້ວຍຄະນະ, ໄດ້ແນະນຳສະພາບກອງປະຊຸມຄົບຄະນະຄັ້ງທີ 3 ຂອງພັກກອມມູນິດຈີນຄັ້ງທີ XX ພ້ອມດ້ວຍສະພາບການພັດທະນາຂອງເສດຖະກິດສັງຄົມແຂວງຢຸນນານ, ໄດ້ປະກາດສະພາບການປະຕິບັດຕົວຈິງຂອງການຊຸກຍູ້ໂຄງການຄວາມຮ່ວມມືອັນສຳຄັນລະຫວ່າງປະເທດລາວກັບແຂວງຢຸນນານໃຫ້ບັນດາທ່ານຊາບ. ທ່ານ ຫວາງໜິງ ກ່າວວ່າ, ພະນະທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ ພ້ອມທັງກ່າວຄຳປາໄສຢ່າງກະຕືລືລົ້ນໃນພິທີເປີດ, ໄດ້ຕີລາຄາສູງຕໍ່ງານວາງສະແດງສິນຄ້າຈີນ-ອາຊີໃຕ້, ເຊິ່ງໄດ້ຮັບສຽງຕອບຮັບເປັນເອກະພາບກັນຢ່າງກວ້າງຂວາງ. ປະເທດຈີນ ແລະ ປະເທດລາວເປັນບ້ານໃກ້ເຮືອນຄຽງປະເທດສັງຄົມນິຍົມທີ່ເປັນມິດຮ່ວມກັນເຊື່ອມໂຍງກັນດ້ວຍພູເຂົາ ແລະ ແມ່ນໍ້າ, ແຂວງຢຸນນານຍິນດີຈະຮ່ວມກັບຝ່າຍລາວເພື່ອສົ່ງເສີມບົດບາດຂອງທາງລົດໄຟລາວ-ຈີນໃຫ້ດີກວ່າເກົ່າ, ລົງເລິກການຮ່ວມກັນສ້າງສາເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ, ຊຸກຍູ້ສົ່ງເສີມການສ້າງສາແລວເສດຖະກິດຈີນ-ລາວ, ຍົກລະດັບການເຊື່ອມໂຍງເຊື່ອມຕໍ່ໃຫ້ສູງຂຶ້ນ, ຂະຫຍາຍການຮ່ວມມືໃນດ້ານເສດຖະກິດການຄ້າ, ດ່ານພາສີ, ກະສິກຳ, ການທ່ອງທ່ຽວ, ວັດທະນະທໍາ ແລະ ດ້ານອື່ນໆ, ເພື່ອນໍາເອົາຄວາມຜາສຸກຫຼາຍຂຶ້ນມາໃຫ້ປະຊາຊົນສອງປະເທດ ແລະ ພາກພື້ນ, ປະກອບສ່ວນກຳລັງແຂວງຢຸນນານເຂົ້າໃນການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ມີມາດຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຊົມເຊີຍງານວາງສະແດງສິນຄ້າຈີນ-ອາຊີ້ໃຕ້ໄດ້ຈັດຕັ້ງຂຶ້ນຢ່າງສຳເລັດຜົນ. ທ່ານ ກ່າວວ່າ, ມິດຕະພາບອັນເປັນມູນເຊື້ອຂອງລາວ ແລະ ຈີນຍິ່ງນານຍິ່ງໝັ້ນຄົງກວ່າ, ການຮ່ວມມືໃນຂົງເຂດຕ່າງໆສືບຕໍ່ໄດ້ຮັບການລົງເລິກ, ທາງລົດໄຟລາວ-ຈີນເຮັດໃຫ້ຄວາມໃຝ່ຝັນຂອງລາວ ກໍຄື ປ່ຽນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ(Land-locked) ມາເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັນ(Land-linked) ໄດ້ກາຍເປັນຄວາມຈິງ. ຝ່າຍລາວສືບຕໍ່ເຂົ້າຮ່ວມການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງຫ້າວຫັນຕະຫຼອດມາ, ລາວຍິນດີຮ່ວມກັບຝ່າຍຈີນ ໂດຍສະເພາະແມ່ນແຂວງຢຸນນານ ພະຍາຍາມຊຸກຍູ້ສົ່ງເສີມການບໍາລຸງຮັກສາການດຳເນີນງານ ແລະ ການພັດທະນາລຽບຕາມທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດໃຫ້ກວ້າງຂວາງ. ຫວັງວ່າຈະຂະຫຍາຍການສົ່ງອອກສິນຄ້າກະສິກຳທີ່ມີຄຸນນະພາບສູງໄປຍັງປະເທດຈີນໃຫ້ກວ້າງຂວາງ, ເພີ່ມທະວີການຮ່ວມມືດ້ານການຝຶກອົບຮົມບຸກຄະລາກອນໃຫ້ເຂັ້ມແຂງ, ຊຸກຍູ້ການທ່ອງທ່ຽວຂ້າມຊາດຮ່ວມກັນ, ຍິນດີຕ້ອນຮັບວິສາຫະກິດແຂວງຢຸນນານໄປພັດທະນາຢູ່ລາວ, ເຂົ້າຮ່ວມການສ້າງສາໃນຂົງເຂດພື້ນຖານໂຄງລ່າງ, ພະລັງງານສີຂຽວ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອື່ນໆ, ເພື່ອບັນລຸຄວາມຮ່ວມມືຮ່ວມກັນ ແລະ ຍາດເອົາໄຊຊະນະຂອງການພັດທະນາຮ່ວມກັນ.