ຫວ່າງມໍ່ໆມານີ້, ພິທີສຳເລັດການກໍ່ສ້າງໂຮງງານຜະລິດລົດຍົນ BYD ໃນປະເທດໄທ ແລະ ການເປີດຕົວລົດຍົນພະລັງງານໃໝ່ຄັນທີ 8 ລ້ານ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ ຢູ່ຣະຍອງປະເທດໄທ.
ໂຮງງານ BYD ປະເທດໄທໃຊ້ເວລາ 16 ເດືອນນັບຕັ້ງແຕ່ການເລີ່ມຕົ້ນການກໍ່ສ້າງເຖິງການຜະລິດ, ລວມທັງໂຮງງານຜະລິດຊິ້ນສ່ວນອາໄຫຼ່ ແລະ ອຸປະກອນເຕັກນິກຫຼັກຂອງລົດ4ແຫ່ງ, BYD ກາຍເປັນບໍລິສັດລົດຍົນແຫ່ງທຳອິດຂອງໂລກທີ່ຜະລິດລົດຍົນພະລັງງານໃໝ່ຄັນທີ 8 ລ້ານ, ແລະ BYD Dolphin ຖືກນຳມາວາງສະແດງທີ່ໂຮງງານໃນປະເທດໄທ ເພື່ອເປັນຕົວແບບ.
ທ່ານ ຫວາງສວນຝູ ທີ່ເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດ BYD ກ່າວວ່າ, ໃນອະນາຄົດ ບໍລິສັດ BYD ຈະເປີດຕົວລົດຍົນພະລັງງານໄຟຟ້າບໍລິສຸດ ແລະ ຮູບແບບປລັກອິນປະສົມໃຫ້ຫຼາຍຂຶ້ນໃນປະເທດໄທ, ເຊິ່ງປະສົມປະສານຄວາມສາມາດການຜະລິດລົດຍົນໃນລະດັບສູງຂອງປະເທດໄທກັບເຕັກນິກພະລັງງານໃໝ່ຂອງບໍລິສັດ BYD, ເພື່ອຊຸກຍູ້ສົ່ງເສີມຕ່ອງໂສ້ອຸດສາຫະກໍາລົດຍົນຂອງໄທບັນລຸການຫັນປ່ຽນຮູບແບບ ແລະ ຍົກລະດັບໃຫ້ສູງຂຶ້ນ.