ໄທມີແຜນຈະເພີ່ມທະວີຊັບພະຍາກອນມະນຸດຢ່າງຫຼວງຫຼາຍເພື່ອສະໜັບສະໜູນແຜນການສາທາລະນະສຸກທົ່ວປວງຊົນ

CRI, August 6, 2024
Size:

ທ່ານສົມສັກ ເທບສຸທິນ ລັດຖະມົນຕີກະຊວງສາທາລະນະສຸກໄທໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 4 ສິງຫານີ້ວ່າ: ໄທຈະເພີ່ມທະວີຈຳນວນພະນັກງານດ້ານສາທາລະນະສຸກຢ່າງຫຼວງຫຼາຍ ເພື່ອຮັບປະກັນໃຫ້ແຜນການສາທາລະນະສຸກທົ່ວປວງຊົນສາມາດໄດ້ຮັບການປະຕິບັດຢ່າງສະດວກ.

ທ່ານສົມສັກ ເທບສຸທິນຍັງກ່າວຕື່ມວ່າ: ພາກສ່ວນສາທາລະນະສຸກໄທມີບັນຫາຂາດເຂີນພະນັກງານມືອາຊີບທີ່ສຸດ, ຕ້ອງແກ້ໄຂບັນຫາຂາດເຂີນພະນັກງານການແພດໂດຍໄວເທົ່າທີ່ຈະໄວໄດ້, ເພື່ອຮັບປະກັນໃຫ້ມີພະນັກງານການແພດຢ່າງພຽງພໍໃນການປະຕິບັດແຜນການສາທາລະນະສຸກທົ່ວປວງຊົນ.