ໃນໄລຍະວັນທີ 15 ຫາ 20 ກໍລະກົດ ທີ່ຜ່ານມາ, ກິດຈະກໍາການຮ່ວມກັນສໍາຫຼວດແຫຼ່ງຍອດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຈັດຂຶ້ນຢູ່ແຂວງຊິນໄຫ່. "ການສໍາຫຼວດຄັ້ງນີ້ມີຈຸດປະສົງເພື່ອຊ່ວຍໃຫ້ 5 ປະເທດລຽບຕາມແມ່ນໍ້າຂອງຮັບຮູ້ເປັນຢ່າງດີ ກ່ຽວກັບວຽກງານການພັດທະນາແຄມແມ່ນໍ້າລ້ານຊ້າງ ແລະ ການອະນຸລັກລະບົບນິເວດ. ຄືກັນກັບຄວາມເວົ້າທີ່ວ່າ: ສິບປາກເວົ້າບໍ່ເທົ່າຕາເຫັນ." ທ່ານ ເສີນ ຕົງເຊີນ ຫົວໜ້າພະແນກຂໍ້ມູນການສຶກສາອົບຮົມ ສູນຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ກ່າວໃນເວລາສໍາຫຼວດ.
"ລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເປັນໜຶ່ງໃນບັນດາເຂດແຄວ້ນທີ່ໄດ້ຮັບຜົນກະທົບອັນຈະແຈ້ງທີ່ສຸດ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ອັນໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ແລະ ການພັດທະນາເສດຖະກິດຂອງປະຊາຊົນທ້ອງຖິ່ນຢ່າງໜັກໜ່ວງ." ທ່ານ ເສີນ ຕົງເຊີນ ກ່າວວ່າ, "ດັ່ງນັ້ນ, ດໍາເນີນການຮ່ວມມືດ້ານການປ້ອງກັນໄພນໍ້າຖ້ວມ ແລະ ການຮັບມືກັບໄພແຫ້ງແລ້ງຕາມທົ່ວລ້ອງແມ່ນໍ້າ ແມ່ນມີຄວາມສໍາຄັນຫຼາຍທີ່ສຸດ."
ແຕ່ວ່າ, ຍ້ອນໄດ້ຮັບຜົນກະທົບຈາກການລາຍງານຂ່າວຂອງສື່ມວນຊົນປະເທດຕາເວັນຕົກ ກ່ຽວກັບການເຄື່ອນໄຫວຕາມແມ່ນໍ້າລ້ານຊ້າງຂອງປະເທດຈີນ, ບັນດາປະເທດລຽບຕາມແມ່ນໍ້າຂອງຍັງມີຄວາມເຂົ້າໃຈໃນທາງບໍ່ຖືກຕ້ອງ ຕໍ່ການເຄື່ອນໄຫວດັ່ງກ່າວ. ມີບາງຂ່າວສານລາຍງານວ່າ, ເຂື່ອນທີ່ປະເທດຈີນສ້າງຂຶ້ນຈະສົ່ງຜົນກະທົບຕໍ່ການຂົນສົ່ງທາງນໍ້າ ແລະ ຄຸນນະພາບນໍ້າ ອັນຈະເຮັດໃຫ້ເກີດໄພແຫ້ງແລ້ງ. ແຕ່ເບິ່ງຄວາມຈິງແລ້ວ, ເຂື່ອນໄຟຟ້ານໍ້າຕົກລຽບຕາມແມ່ນໍ້າຂອງບໍ່ໄດ້ເຮັດໃຫ້ບໍລິມາດນໍ້າຫຼຸດລົງ, ຫາກແມ່ນໄດ້ດັດສົມກະແສການໄຫຼຂອງແມ່ນໍ້າຢ່າງຖືກຫຼັກວິທະຍາສາດ. ທ່ານ ເສີນ ຕົງເຊີນ ອະທິບາຍວ່າ, ການເກັບນໍ້າຂອງເຂື່ອນໄຟຟ້ານໍ້າຕົກດັ່ງກ່າວ ແມ່ນເພື່ອຫຼຸດຜ່ອນກະແສການໄຫຼນໍ້າໃນລະດູຝົນ ແລະ ເພີ່ມກະແສການໄຫຼນໍ້າໃນລະດູແລ້ງ ເຊິ່ງມາດຕະການດັ່ງກ່າວນີ້ຈະຍົກສູງລະດັບນໍ້າຂອງແມ່ນໍ້າຂອງໃນລະດູແລ້ງ ພ້ອມທັງໄດ້ຫຼຸດຜ່ອນຄວາມກົດດັນໃນການປ້ອງກັນໄພນໍ້າຖ້ວມໃນລະດູຝົນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
"ຍົກຕົວຢ່າງ, ໃນເງື່ອນໄຂທຳມະຊາດ, ກະແສການໄຫຼນໍ້າຢູ່ເຂດຕອນລຸ່ມແມ່ນໍ້າໃນລະດູແລ້ງ ອາດຈະມີພຽງແຕ່ 300-400 ແມັດກ້ອນ/ ຕໍ່ວິນາທີ, ແຕ່ໂດຍຜ່ານການດັດສົມຂອງພື້ນຖານໂຄງລ່າງຊົນລະປະທານ, ກະແສການໄຫຼນໍ້າຈະສູງເຖິງ 1500 ແມັດກ້ອນຕໍ່ວິນາທີ."
ການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ຮັບຜົນສຳເລັດອັນຈະແຈ້ງ ໃນຂົງເຂດການປ້ອງກັນໄພນໍ້າຖ້ວມ ແລະ ການຮັບມືກັບໄພແຫ້ງແລ້ງ. ນັບແຕ່ປີ 2017ເປັນຕົ້ນມາ, ລັດຖະບານຈີນໄດ້ຊ່ວຍປະເທດລຽບຕາມແມ່ນໍ້າຂອງຈັດຕັ້ງໂຄງການສາທິດການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈໍານວນ 50 ກວ່າໂຄງການ, ລວມທັງດ້ານຄວາມປອດໄພໃນການສະໜອງນໍ້າຢູ່ເຂດຊົນນະບົດ, ການບໍລິຫານກວມລວມລ້ອງແມ່ນໍ້າຂະໜາດນ້ອຍ, ການຕິດຕາມຄວາມປອດໄພຂອງເຂື່ອນໃຫຍ່, ການຝຶກອົບຮົມໃຫ້ແກ່ພະນັກງານ ແລະ ອື່ນໆ, ເຊິ່ງໄດ້ສົ່ງຜົນປະໂຫຍດຕົວຈິງແກ່ປະຊາຊົນທີ່ອາໄສຢູ່ທ້ອງຖິ່ນດັ່ງກ່າວ. ໃນນັ້ນ, “ແຜນປະຕິບັດງານ ສ້າງບໍ່ນ້ຳຫວານຊື່ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນນັ້ນໄດ້ສໍາເລັດການສ້າງຈຸດສາທິດການສະໜອງນໍ້າທີ່ປອດໄພຢູ່ຊົນນະບົດ ຈໍານວນ 60 ກວ່າຈຸດ ຊຶ່ງໄດ້ສະໜອງນໍ້າທີ່ສະອາດປອດໄພແກ່ປະຊາຊົນຈໍານວນ 10 ພັນກວ່າຄົນ.
ການຮ່ວມມືດ້ານໄຟຟ້ານໍ້າຕົກແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງກໍໄດ້ນຳເອົາຄວາມຜາສຸກໃຫ້ແກ່ປະຊາຊົນ. ທ່ານ ເສີນ ຕົງເຊີນ ກ່າວວ່າ, "ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຕ້ອງການພະລັງງານຢ່າງຫຼວງຫຼາຍຈາກຫຼາຍປະເທດເຊັ່ນ: ປະເທດລາວ, ມຽນມ້າ ແລະ ກໍາປູເຈຍ ລ້ວນແຕ່ໄດ້ມີບັນຫາທາງດ້ານຄວາມຂາດແຄນພະລັງງານໃນລະດັບໃດໜຶ່ງ, ການພັດທະນາໄຟຟ້ານໍ້າຕົກຈະສາມາດຫຼຸດຜ່ອນບັນຫາຂາດແຄນດັ່ງກ່າວໄດ້ຢ່າງຫຼວງຫຼາຍ."
ທ່ານ ເສີນ ຕົງເຊີນ ກ່າວເນັ້ນວ່າ, ຕ້ອງຮັກສາຄວາມດຸ່ນດ່ຽງລະຫວ່າງການພັດທະນາຊັບພະຍາກອນນໍ້າ ແລະ ການອະນຸລັກນິເວດ. ແຂວງຊິນໄຫ່ ຕັ້ງຢູ່ຂອງຍອດຮ່ວມຂອງແມ່ນໍ້າໃຫຍ່ 3 ສາຍ ຄື ແມ່ນໍ້າຢາງຊີກຽງ, ແມ່ນໍ້າເຫຼືອງ ແລະ ແມ່ນໍ້າລ້ານຊ້າງ. ນັບແຕ່ການສ້າງຕັ້ງສວນອຸທິຍານແຫ່ງຊາດຂອງຍອດແມ່ນໍ້າ 3 ສາຍ ໃນປີ 2021 ເປັນຕົ້ນມາ, ໄດ້ຟື້ນຟູການປູກທົ່ງຫຍ້າທີ່ໄດ້ຊຸດໂຊມເປັນເນື້ອທີ່ 1,95 ລ້ານມູ້ໃຫ້ຄືນສະພາບເດີມ, ໄດ້ປ້ອງກັນ ແລະ ແກ້ໄຂບັນຫາທີ່ດິນ ຫັນເປັນທະເລຊາຍ ໄດ້ເນື້ອທີ່ 1,1 ແສນມູ້, ຈຳນວນ ເຍືອງຕິເບດເພີ່ມຂຶ້ນຈາກ ເມື່ອກ່ອນມີບໍ່ເຖິງ 20 ພັນໂຕ ເພີ່ມມາເປັນ 70.000 ກວ່າໂຕ.
ນອກຈາກນັ້ນ, 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງກໍາລັງຮ່ວມກັນປັບປຸງເວທີແບ່ງປັນຂໍ້ມູນດ້ານການຮ່ວມມືດ້ານຊັບພະຍາກອນນໍ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃຫ້ດີ. ນັບແຕ່ປີ 2002 ເປັນຕົ້ນມາ, ກະຊວງຊົນລະປະທານ ແຫ່ງ ສປ ຈີນ ໄດ້ສະໜອງຂໍ້ມູນດ້ານອຸທົກກະສາດຂອງລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃນລະດູຝົນ ໃຫ້ແກ່ກອງເລຂາຂອງກໍາມະການແມ່ນໍ້າຂອງເປັນປະຈໍາ ແລະ ໄດ້ສະໜອງຂໍ້ມູນດ້ານອຸທົກກະສາດຕະຫຼອດປີ ນັບແຕ່ ພະຈິກ 2020ເປັນຕົ້ນມາ.