ເພື່ອຊຸກຍູ້ການສ້າງພະລັງຊີວິດໃໝ່ໃຫ້ແກ່ການບຳລຸງສ້າງບຸກຄະລາກອນຊາວໜຸ່ມ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM), ລົງເລິກການເຊື່ອມໂຍງ ແລະ ຊຸກຍູ້ສົ່ງເສີມຄວາມກ້າວໜ້າເຊິ່ງກັນແລະກັນ ເພື່ອບັນລຸການພັດທະນາຮ່ວມກັນ ໃນຂົງເຂດການຮ່ວມມືດ້ານການສຶກສາ ແລະ ການລິເລີ່ມສ້າງທຸລະກິດຂອງຊາວໜຸ່ມລະຫວ່າງສອງປະເທດ ຈີນ-ກຳປູເຈຍ, ສ້າງກົນໄກການແລກປ່ຽນ ແລະ ການຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າ, ສະນັ້ນ ໃນຫວ່າງບໍ່ດົນມານີ້, ມີນັກສຶກສາ 20 ຄົນຈາກມະຫາວິທະຍາໄລອາຊີ-ເອີຣົບຂອງປະເທດກຳປູເຈຍໄດ້ໄປຢ້ຽມຢາມມະຫາວິທະຍາໄລເຕັກໂນໂລຊີ ເວີ່ນໂຈ່ວ (Wenzhou University of Technology) ແຂວງຈື້ຈ່ຽງ (Zhejiang) ສປ ຈີນ ເພື່ອດໍາເນີນການແລກປ່ຽນ ການສຶກສາເປັນເວລາ 1 ອາທິດ.
ໃນໄລຍະສຶກສາຄົ້ນຄວ້າ, ມະຫາວິທະຍາໄລເຕັກໂນໂລຊີ ເວີ່ນໂຈ່ວໄດ້ຈັດກິດຈະກຳການແລກປ່ຽນດ້ານການຮຽນການສອນຕ່າງໆ, ເຊັ່ນ: ການສຶກສາດ້ານການລິເລີ່ມສ້າງທຸລະກິດ, ປຶ້ມແບບຮຽນດີຈີຕອນ, ຫຼັກສູດອັດສະລິຍະ ແລະ ຫຼັກສູດພາສາຈີນໃຫ້ແກ່ນັກສຶກສາກຳປູເຈຍ ພ້ອມທັງໄດ້ຈັດກິດຈະກຳທັດສະນະສຶກສາໃນ ແລະ ນອກໂມງຮຽນທີ່ມີລັກສະນະຫຼາກຫຼາຍ ແລະ ເນັ້ນການປະຕິບັດຕົວຈິງໃນລະດັບສູງຕ່າງໆ, ເຊັ່ນ: ການສຳຫຼວດຕະຫຼາດ ແລະ ການສໍາຜັດວັດທະນະທຳ ເປັນຕົ້ນ. ໂດຍຜ່ານການຮຽນຮູ້ແລະການສໍາຜັດຢ່າງຮອບດ້ານ ແລະ ຢ່າງມີຫຼາຍລະດັບ, ນັກສຶກສາກຳປູເຈຍໄດ້ເພີ່ມຄວາມຮັບຮູ້ຕື່ມ ກ່ຽວກັບເມືອງເວີ່ນໂຈ່ວ ແລະ ສະພາບແວດລ້ອມການດຳເນີນທຸລະກິດຂອງເມືອງເວີ່ນໂຈ່ວ, ໄດ້ສຳຜັດກັບສະເໜ່ຂອງການຮ່ຳຮຽນແບບດີຈີຕອນ ແລະ ອັດສະລິຍະ ເຊິ່ງບໍ່ພຽງແຕ່ໄດ້ຍົກສູງຄວາມສາມາດດ້ານການປະດິດສ້າງໃໝ່ ແລະ ການລິເລີ່ມສ້າງທຸລະກິດ ຂອງນັກສຶກສາເທົ່ານັ້ນ, ຫາກຍັງເປັນການຊຸກຍູ້ສົ່ງເສີມການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນອີກກ້າວໜຶ່ງທາງດ້ານວັດທະນະທຳລະຫວ່າງສອງປະເທດ ຈີນ-ກຳປູເຈຍ, ພ້ອມທັງເປັນການເສີມສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ຈີນ-ກຳປູເຈຍ ຢ່າງຕໍ່ເນື່ອງ ແລະ ສ້າງແຫຼ່ງພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາຂອງພາກພື້ນ LM.