ວັນທີ 15 ກໍລະກົດ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM) ໄດ້ເລີ່ມດໍາເນີນການສຳຫຼວດຍອດແມ່ນ້ຳລ້ານຊ້າງຮ່ວມກັນ ຢູ່ທີ່ແຂວງຊິ່ງໄຫ. ໃນເວລາດໍາເນີນການສໍາຫຼວດຢູ່ນັ້ນ, ຜູ້ແທນຂອງ 5 ປະເທດແມ່ນ້ຳຂອງໄດ້ແລກປ່ຽນກ່ຽວກັບປະສົບການ ແລະ ຄຳເຫັນທີ່ມີຂຶ້ນໃນຂະບວນການສຳຫຼວດ.
ທ່ານ Paradis Someth
ທ່ານ Paradis Someth ນັກອຸທົກກະສາດ ແລະ ຊ່ຽວຊານຜູ້ທີ່ມີຕໍາແໜ່ງສູງສຸດດ້ານເຕັກນິກ ຂອງກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດກຳປູເຈຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງໂຄງການໄຟຟ້ານ້ຳຕົກຂອງຈີນຢູ່ຕາມເຂດລ້ອງແມ່ນ້ຳລ້ານຊ້າງ, ເຊິ່ງເພິ່ນໄດ້ກ່າວວ່າ ເຖິງແມ່ນວ່າ ເຂດລ້ອງແມ່ນ້ຳລ້ານຊ້າງບໍ່ເໝາະກັບການຜະລິດກະສິກຳ ແຕ່ພັດມີຄວາມສາມາດບົ່ມຊ້ອນສໍາລັບການພັດທະນາພະລັງງານໄຟຟ້ານ້ຳຕົກອັນມະຫາສານ.
ທ່ານຍັງໄດ້ກ່າວເຖິງວຽກງານໄລຍະໜຶ່ງຂອງໂຄງການ “ຄົ້ນຄວ້າຮ່ວມ ກ່ຽວກັບການປ່ຽນແປງຂອງເງື່ອນໄຂອຸທົກກະສາດ ຕາມເຂດລ້ອງ LM ແລະ ຍຸດໂທບາຍໃນການປັບຕົວ” ທີ່ໄດ້ສຳເລັດແລ້ວໃນເດືອນສິງຫາ ປີ 2023 ຜ່ານມານີ້, ທ່ານກໍໄດ້ປະກອບສ່ວນສໍາຄັນເຂົ້າໃນການປະສານງານສຳລັບໂຄງການດັ່ງກ່າວ. ເພິ່ນກ່າວວ່າ “ພວກຂ້າພະເຈົ້າກຳລັງກະກຽມເພື່ອດຳເນີນໂຄງການຄົ້ນຄວ້າຮ່ວມ ໄລຍະສອງ, ເຊິ່ງຈະສະໜອງຂໍ້ມູນອຸທົກກະສາດຫຼາຍກວ່າເກົ່າໃຫ້ແກ່ເຂດລ້ອງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະ ໂຄງການຄົ້ນຄວ້ານີ້ຈະປະກອບສ່ວນເຂົ້າໃນການແກ້ໄຂບັນຫາລະດັບນ້ຳຕ່ຳໃນຫຼາຍປີທີ່ຜ່ານມາຂອງໜອງໂຕນເລສາບ(Tonle Sap)ກໍາປູເຈຍ.
ທ່ານ ສີວັນນະກອນ ມະລີວັນ
ທ່ານ ສີວັນນະກອນ ມະລີວັນ, ຮອງຫົວໜ້າກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດລາວກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງໂຄງການເຂື່ອນໄຟຟ້າພະລັງນ້ຳຢູ່ຕາມລຳແມ່ນ້ຳລ້ານຊ້າງຄືກັນ. ໃນເບື້ອງຕົ້ນ, ທ່ານກໍມີທ່າທີສົງໄສຕໍ່ຜົນກະທົບຈາກໂຄງການເຂື່ອນໄຟຟ້າພະລັງນ້ຳຂອງຈີນຢູ່ ລ້ອງແມ່ນ້ຳລ້ານຊ້າງ ແລະ ເປັນຫ່ວງວ່າ ປະລິມານນ້ຳຈະຫຼຸດລົງ. ແຕ່ວ່າ ພາຍຫຼັງໄດ້ຮັບຮູ້ຂໍ້ມູນຫຼາຍຂຶ້ນໃນເວລາດຳເນີນການສຳຫຼວດຮ່ວມແລ້ວ, ທ່ານກໍເຊື່ອໝັ້ນວ່າ ໂຄງການເຫຼົ່ານີ້ສາມາດຊ່ວຍດັດສົມປະລິມານນ້ຳໄຫຼຂອງແມ່ນ້ຳສາຍຕ່າງໆ ແລະ ປ້ອງກັນການເກີດໄພນ້ຳຖ້ວມຢູ່ເຂດຕອນລຸ່ມຂອງລຳນ້ຳ. ນອກຈາກນີ້ແລ້ວ, ເຂື່ອນໄຟຟ້ານ້ຳງື່ມ 4 ທີ່ປະເທດຈີນຊ່ວຍເຫຼືອປະເທດລາວສ້າງຂຶ້ນນັ້ນ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະເທດລາວ.
ທ່ານ ສຸພະນັດ ຊາວນາ
ທ່ານ ສຸພະນັດ ຊາວນາ ຈາກຫ້ອງການຊັບພະຍາກອນນ້ຳແຫ່ງຊາດໄທ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມື LM ຕໍ່ການຄຸ້ມຄອງຊັບພະຍາກອນນ້ຳຢ່າງມີປະສິດທິຜົນ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນທາງດ້ານຂໍ້ມູນອຸທົກກະສາດ ເຊິ່ງຈະຊ່ວຍໃຫ້ບັນດາປະເທດທີ່ຢູ່ຕອນລຸ່ມແມ່ນ້ຳຂອງ ລວມທັງປະເທດໄທສາມາດເຂົ້າໃຈສະພາບ ຫຼາຍຂຶ້ນກວ່າເກົ່າ ແລະ ກະກຽມຄວາມພ້ອມຕໍ່ການນຳໃຊ້ນ້ຳໃນອະນາຄົດ. ທ່ານຍັງໄດ້ເນັ້ນໜັກວ່າ ຄວນໃຫ້ໄວໜຸ່ມມີສ່ວນຮ່ວມໃນວຽກງານດັ່ງກ່າວເພື່ອເປັນການຮັບປະກັນໃຫ້ການຮ່ວມມືສາມາດດຳເນີນການໄປຢ່າງຕໍ່ເນື່ອງເປັນເວລາຍາວນານ. ທ່ານກ່າວວ່າ “ຂ້າພະເຈົ້າຖືວ່າ ກຳລັງລວມຂອງຫຼາຍຮຸ່ນຄົນແມ່ນກຳລັງທີ່ເຂັ້ມແຂງທີ່ສຸດສຳລັບການປະຕິຮູບ.”
ນາງ Tin Yu Ya Swe
ນາງ Tin Yu Ya Swe ຈາກປະເທດມຽນມາ ກຳລັງສຶກສາປະລິນຍາໂທ ສາຂາການພັດທະນາຊົນນະບົດ ຢູ່ມະຫາວິທະຍາໄລກະສິກຳ ຈີນ. ນາງໄດ້ກ່າວວ່າ “ຂ້າພະເຈົ້າຢາກຮຽນເອົາບົດຮຽນການສ້າງລະບົບການຄຸ້ມຄອງຊັບພະຍາກອນນໍ້າຂອງຈີນ ແລະ ນຳເອົາບົດຮຽນທີ່ມີຄ່າເຫຼົ່ານີ້ ມາໝູນໃຊ້ເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ ແລະ ການປັບປຸງວຽກງານກະສິກຳຂອງປະເທດມຽນມາທີ່ເປັນມາຕຸພູມຂອງຂ້າພະເຈົ້າເອງ, ເພາະວ່າ 70% ຂອງປະຊາກອນມຽນມາ ແມ່ນອາໄສກະສິກຳ.” ນາງຊົມເຊີຍຕໍ່ຜົນສຳເລັດທີ່ຈີນຍາດມາໄດ້ໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ແລະ ຖືວ່າວຽກງານດ້ານນີ້ເປັນດ້ານທີ່ສາມາດເປັນບົດຮຽນ ແລະ ໜ້າຮ່ຳຮຽນນຳ.
ທ່ານ Nguyen Dinh Dat
ທ່ານ Nguyen Dinh Dat ຈາກຄະນະກຳມະການແມ່ນ້ຳຂອງແຫ່ງຊາດຫວຽດນາມໄດ້ເນັ້ນໜັກອີກຄັ້ງເຖິງຜົນປະໂຫຍດຕົວຈິງທີ່ນໍາມາຈາກເຂື່ອນໄຟຟ້ານ້ຳຕົກຢູ່ຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ທ່ານອະທິບາຍວ່າ ຕາມຫຼັກການແລ້ວ, ອ່າງເກັບນ້ຳເຫຼົ່ານີ້ສາມາດກັກເກັບນ້ຳໃນຍາມທີ່ມັກເກີດໄພນ້ຳຖ້ວມ ແລະ ປ່ອຍນ້ຳໃນຍາມແລ້ງ. ໃນປີ 2016, ໄພແຫ້ງແລ້ງຂັ້ນຮ້າຍແຮງທີ່ເກີດຈາກປາກົດການແອວ ນິນໂຢ (El Niño) ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຫຼາຍປະເທດແມ່ນ້ຳຂອງ ລວມທັງປະເທດຫວຽດນາມ, ແຕ່ການປ່ອຍນ້ຳຢູ່ຕອນເທິງຂອງລັດຖະບານຈີນໄດ້ບັນເທົາຜົນກະທົບຈາກໄພແຫ້ງແລ້ງຢ່າງຫຼວງຫຼາຍ. ທ່ານຍັງເນັ້ນວ່າ ການຄຸ້ມຄອງຊັບພະຍາກອນນ້ຳມີຄວາມສຳຄັນຫຼາຍໃນການຮັບປະກັນການສະໜອງນ້ຳດື່ມ, ຄວາມໝັ້ນຄົງຂອງສະບຽງອາຫານ ແລະ ການຜະລິດທາງເສດຖະກິດ ພ້ອມທັງສະແດງວ່າ ມັນຈະປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.