ງານແຂ່ງຂັນ “ຂົວພາສາຈີນ” ສໍາລັບນັກສຶກສາມະຫາວິທະຍາໄລໂລກ ຄັ້ງທີ XXIII ຮອບຊິງຊະນະເລີດ ຈຸດແຂ່ງຂັນທີ່ ສປປ ລາວ ໄດ້ຈັດຂຶ້ນທີ່ນະຄອນຫຼວງພະບາງ

lmcchina.org, July 16, 2024
Size:

ໃນວັນທີ 7 ທີ່ຜ່ານມາ, ງານແຂ່ງຂັນ ຂົວພາສາຈີນສໍາລັບນັກສຶກສາມະຫາວິທະຍາໄລໂລກຄັ້ງທີ XXIII ຮອບຊິງຊະນະເລີດຈຸດແຂ່ງຂັນທີ່ສປປ ລາວ ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລສຸພານຸວົງ ສປປ ລາວ ຢ່າງຄຶກຄື້ນ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄໍາເຫັນຂອງທ່ານ ມອນໄຊ ລາວມົ່ວຊົ່ງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຈາງ ຜີງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ສປປ ລາວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງ ແລະ ແຂກຜູ້ມີກຽດທ່ານອື່ນໆ.

ທ່ານ ມອນໄຊ ລາວມົ່ວຊົ່ງ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ, ງານແຂ່ງຂັນຄັ້ງນີ້ຈະໄດ້ເສີມຂະຫຍາຍບົດບາດອັນສໍາຄັນເຂົ້າໃນການຮັດແໜ້ນຄວາມເຂົ້າໃຈກັນທາງດ້ານວັດທະນະທໍາ ແລະ ສາຍພົວພັນມິດຕະພາບ ລະຫວ່າງຊາວໜຸ່ມສອງປະເທດ ຈີນ-ລາວ, ຈະໄດ້ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດຕື່ມອີກ ເພື່ອເສີມຂະຫຍາຍຄວາມເຂົ້າໃຈ ແລະ ສາຍພົວພັນມິດຕະພາບເຊິ່ງກັນ ແລະ ກັນໃຫ້ເຂົ້າສູ່ລ່ວງເລິກ. ຂໍພຽງແຕ່ສອງປະເທດພະຍາຍາມຮ່ວມກັນ, ການແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ ຈີນ-ລາວ ຈະສາມາດແຕກດອກອອກຜົນຍິ່ງໆຂຶ້ນໄດ້ຢ່າງແນ່ນອນ.

ທ່ານ ຈາງ ຜິງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ສປປ ລາວ ກ່າວວ່າ, ປະເທດຈີນ ກັບ ປະເທດລາວມີພູຮ່ວມສາຍ ແລະ ແມ່ນໍ້າຮ່ວມຍອດ, ປະຊາຊົນສອງປະເທດຢູ່ຮ່ວມກັນດ້ວຍຄວາມປອງດອງ, ການກໍ່ສ້າງຄູ່ຮ່ວມຊາຕາກໍາໄດ້ພັດທະນາກ້າວໄປສູ່ລວງເລິກ ແລະ ໄດ້ຮັບໝາກຜົນຕົວຈິງຢ່າງຕໍ່ເນື່ອງ, ສາຍພົວພັນສອງຝ່າຍກໍາລັງຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ. ງານແຂ່ງຂັນຄັ້ງນີ້ຈະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ໜັກແໜ້ນ ແລະ ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງສອງຊາດໃຫ້ກ້າວໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າ.

ງານແຂ່ງຂັນ ຂົວພາສາຈີນສໍາລັບນັກສຶກສາມະຫາວິທະຍາໄລໂລກຄັ້ງທີ XXIII ທີ່ສປປ ລາວ ໄດ້ດຶງດູດນັກສຶກສາໃນຂອບເຂດທົ່ວປະເທດລາວເຂົ້າຮ່ວມ. ຕອນທ້າຍ ມີນັກສຶກສາ 18 ຄົນຈາກມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລສຸພານຸວົງລາວ, ມະຫາວິທະຍາໄລຊູໂຈວລາວ ແລະ ອື່ນໆ ເຂົ້າຮອບຊິງຊະນະເລີດ, ຊຶ່ງພວກເຂົາໄດ້ກ່າວ ແລະ ສະແດງຄວາມຮັກມັກ ແລະ ຄວາມເຂົ້າໃຈຂອງຕົນ ຕໍ່ວັດທະນະທໍາຈີນ ດ້ວຍພາສາຈີນທີ່ຄ່ອງແຄ້ວ ຢູ່ເທິງເວທີ. ເນື້ອໃນການແຂ່ງຂັນ ກວມເອົາຄວາມຮູ້ດ້ານປະຫວັດສາດ, ວັດທະນະທໍາ, ເສດຖະກິດ ແລະດ້ານອື່ນ ຂອງປະເທດຈີນ, ຊຶ່ງມີຈຸດປະສົງຢາກກະຕຸ້ນຄວາມສົນໃຈ ແລະ ຄວາມຮັກມັກຕໍ່ການຮຽນພາສາຈີນ ຂອງນັກສຶກສາ ລວມທັງການລົງເລິກຄວາມເຂົ້າໃຈຂອງເຂົາເຈົ້າຕໍ່ວັດທະນະທໍາຈີນດ້ວຍຮູບແບບການແຂ່ງຂັນ.