ທາງລົດໄຟຂ້າມແດນໄທ-ລາວຈະເລີ່ມດຳເນີນການທົດລອງໃນເດືອນກໍລະກົດ

Yunnan Gateway, July 16, 2024
Size:

ຫວ່າງມໍ່ໆມານີ້, ຄະນະບໍລິຫານງານທາງລົດໄຟແຫ່ງຊາດໄທປະກາດວ່າ, ທາງລົດໄຟຂ້າມແດນລະຫວ່າງບາງກອກໄທ ແລະ ນະຄອນຫຼວງວຽງຈັນລາວ ຈະເລີ່ມດຳເນີນການທົດລອງນໍາໃຊ້ແຕ່ວັນທີ 13 ຫາ 14 ກໍລະກົດນີ້. ພາຍຫຼັງທີ່ທາງລົດໄຟໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ຜູ້ໂດຍສານຈະສາມາດຂຶ້ນລົດໄຟຈາກບາງກອກປະເທດໄທໄປວຽງຈັນປະເທດລາວ, ແລະ ຈາກນັ້ນແມ່ນໂດຍຜ່ານການຂີ່ຂະບວນລົດໄຟລາວ-ຈີນຈາກວຽງຈັນໄປຫາຄຸນໝິງແຂວງຢຸນນານປະເທດຈີນ.