ສູນກວດກາປິ່ນປົວພະຍາດ ແລະ ສົ່ງເສີມວັດທະນະທໍາແພດແຜນບູຮານ ແລະ ການຢາພື້ນເມືອງຈີນ LM ໄດ້ເປີດປ້າຍຢູ່ນະຄອນຫຼວງພະນົມເປັນ ກໍາປູເຈຍ

lmcchina.org, July 11, 2024
Size:

ວັນທີ 25 ມິຖຸນານີ້, ສູນກວດກາປິ່ນປົວພະຍາດ ແລະ ສົ່ງເສີມວັດທະນະທໍາແພດແຜນບູຮານ ແລະ ການຢາພື້ນເມືອງຈີນ (Traditional Chinese Medicine, TCM) ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ໄດ້ເປີດປ້າຍ ທີ່ ໂຮງໝໍມິດຕະພາບຈີນ-ກໍາປູເຈຍ ໂກຊາມັກ (THE CAMBODIA-CHINA FRIENDSHIP PREAH KOSSAMAK HOSPITAL) ທີ່ນະຄອນ ຫຼວງພະນົມເປັນ ກໍາປູເຈຍ. ໂຄງການກອງທຶນການຮ່ວມມືອາຊີນີ້ດໍາເນີນໂດຍໂຮງໝໍກວາງອານເມີນ ຂອງ ສະຖາບັນວິທະຍາສາດແພດແຜນບູຮານຈີນ, ເຊິ່ງມີຈຸດປະສົງເພື່ອປະຕິບັດຄວາມເຫັນຢ່າງເປັນເອກະພາບກັນຂອງການຮ່ວມມື LM ແລະ ການສ້າງປະຊາຄົມຮ່ວມຊາຕາກໍາດ້ານສຸຂະພາບ LM.

ໂຄງການດັ່ງກ່າວນີ້ຖືເອົາປະເທດກໍາປູເຈຍເປັນຈຸດເລີ່ມຕົ້ນ, ອີງໃສ່ພື້ນຖານການເຮັດວຽກຢູ່ກໍາປູເຈຍຂອງໜ່ວຍຊ່ຽວຊານແພດໝໍຊ່ວຍເຫຼືອຕ່າງປະເທດຂອງແພດແຜນບູຮານຈີນ, ແລະບົນພື້ນຖານການພົວພັນ ຮ່ວມມືລະຫວ່າງໂຮງໝໍກວາງອານເມີນກັບໂຮງໝໍມິດຕະພາບ ຈີນ-ກໍາປູເຈຍໂກຊາມັກ, ຈະໄດ້ສ້າງຕັ້ງສູນກວດກາປິ່ນປົວພະຍາດແລະສົ່ງເສີມວັດທະນະທໍາ TCM ພາກພື້ນທີ່ໄດ້ລວມຫຼາຍຄຸນປະໂຫຍດເຂົ້າກັນ, ເຊັ່ນ: ການປິ່ນປົວພະຍາດດ້ວຍ TCM, ການຝຶກອົບຮົມTCMການໂຄສະນາແລະນໍາສະເໜີວັດທະນະທໍາ TCM, ເຊິ່ງຈະສ້າງຄລິນິກ TCM ແຫ່ງທໍາອິດລະຫວ່າງລັດຖະບານທັງສອງປະເທດ ຈີນ-ກໍາປູເຈຍ ໃຫ້ເປັນເວທີແລກປ່ຽນກ່ຽວກັບ TCM ຢູ່ພາກພື້ນ LM, ໂດຍຜ່ານການຈັດຕັ້ງການປິ່ນປົວພະຍາດແບບບໍ່ເສຍຄ່າ, ສ້າງເວທີປາໄສ, ຈັດຊຸດຝຶກອົບຮົມສໍາມະນາ ແລະ ການສ້າງເຂດທິວທັດວັດທະນະທໍາຢູ່ເຂດຄລິນິກ TCM ເປັນຕົ້ນ.

ທ່ານ YuanGeng, ຫົວໜ້າທີມແພດແຜນຈີນທີ່ຊ່ວຍເຫຼືອກໍາປູເຈຍ ກ່າວວ່າ: ສູນກວດກາປິ່ນປົວພະຍາດ ແລະ ສົ່ງເສີມວັດທະນະທໍາແພດແຜນບູຮານ ແລະ ການຢາພື້ນເມືອງຈີນ LM ຈະມຸ່ງໝັ້ນ ບັນລຸໜ້າວຽກໃນການແລກປ່ຽນດ້ານນະໂຍບາຍຂອງລັດຖະບານ ກ່ຽວກັບ TCM, ການແລກປ່ຽນດ້ານຊັບພະຍາກອນ, ການອໍານວຍຄວາມສະດວກດ້ານການຄ້າໃຫ້ກັນແລະກັນ, ການຖ່າຍທອດຄວາມຮູ້ດ້ານວິທະຍາສາດແລະເຕັກໂນໂລຊີເຊິ່ງກັນແລະກັນ ແລະ ການເພີ່ມຄວາມເຂົ້າໃຈກັນລະຫວ່າງປະຊາຊົນໃນບັນດາປະເທດ LM, ຊຸກຍູ້ການປັບປຸງກົນໄກການຮ່ວມມື ແລະ ການແລກປ່ຽນລະຫວ່າງລັດຖະບານໃຫ້ສົມບູນຂຶ້ນແລະແບ່ງປັນການບໍລິການTCM ກັບບັນດາປະເທດແມ່ນໍ້າຂອງ, ເພີ່ມທະວີການແລກປ່ຽນທາງດ້ານວັດທະນະທໍາມະນຸດກັບປະຊາຊົນຂອງບັນດາປະເທດທ້ອງຖິ່ນ, ຊຸກຍູ້ການສືບທອດມູນເຊື້ອແລະການປະດິດສ້າງ  ໃໝ່ຂອງTCM, ພັດທະນາອຸດສາຫະກໍາການບໍລິການສຸຂະພາບ TCM ແລະເສີມສ້າງມິດຕະ ພາບລະຫວ່າງ ສປ ຈີນ ກັບບັນດາປະເທດແມ່ນໍ້າຂອງໃຫ້ເລິກເຊິ່ງຍິ່ງຂຶ້ນ.