XIU ວິດີໂອສັ້ນ “ລຸ້ນ Z” ແມ່ນ້ຳລ້ານຊ້າງ-ແມ່ນຳຂອງເຂົ້າສູ່ກິ່ງແຂວງເວີນຊານ

lmcchina.org, July 11, 2024
Size:

ແຕ່ວັນທີ 20 23 ມິຖຸນາ, XIU ວິດີໂອສັ້ນ "ຍຸກ Z" ແມ່ນ້ຳລ້ານຊ້າງ-ແມ່ນຳຂອງ (LM) ໄດ້ເຂົ້າສູ່ກິ່ງແຂວງເຜົ່າຈ້ວງເຜົ່າມົ້ງປົກຄອງຕົນເອງເວີນຊານ (Wenshan) ແຂວງຢູນນານ. ທິວທັດທໍາມະຊາດທີ່ສວຍງາມ, ຮີດຄອງປະເພນີຂອງຊົນເຜົ່າທີ່ອຸດົມສົມບູນ ແລະ ມໍລະ ດົກວັດທະນະທໍາທີ່ເປັນນາມມະທຳ ທີ່ໄດ້ຮັບການສືບທອດຢ່າງຕໍ່ເນື່ອງຂອງເຂດທ້ອງຖິ່ນ ໄດ້ເຮັດໃຫ້ຊາວໜຸ່ມຂອງບັນດາປະເທດ LM ທີ່ໄດ້ພົບເຫັນຮູ້ສຶກຊື່ນຊົມເບີກບານໃຈທີ່ສຸດ.

 "ທາຂີ້ໝິ່ນໝໍ້ໃສ່ໜ້າ ແລະ ທາໃຫ້ດໍາທົ່ວຕົນໂຕ, ພ້ອມທັງສົ່ງສຽງອວຍໄຊໃຫ້ພອນໃຫ້ກັນ......" ຢູ່ໃນເຂດທ່ອງທ່ຽວຜູຈືເຮີ່ຍ (Puzhehei) ເມືອງຊີວເປີຍ(Qiubei)ຂອງກິ່ງແຂວງເວີນຊານ, ສະມາຊິກຂອງຄ້າຍສ້າງວິດີໂອສັ້ນໄດ້ລ່ອງເຮືອຢູ່ເທິງໜອງ ແລະຫວິດນໍ້າໃສ່ກັນຢອກໃຍກັນ ທ່າມກາງພາບວິວທີ່ອອນຊອນຂອງໜອງດອກບົວທີ່ມີເນື້ອທີ່ປະມານເຈັດຮ້ອຍເຮັກຕາ. ຕໍ່ຈາກນັ້ນ, ໄດ້ຊີມລົດຊາດດອກບົວ, ຮຽນເຕັ້ນລໍາແມງກະພຸນ. ບັນດາສະມາຊິກໄດ້ສໍາຜັດການເອົາຂີ້ໝິ່ນໝໍ້ທາດໍາໃສ່ທົ່ວໃບໜ້າ, ສໍາຜັດຮີດຄອງປະເພນີຂອງຊົນເຜົ່າ ແລະມົນສະເໜ່ຂອງມໍລະດົກວັດທະນະທໍາທີ່ເປັນນາມມະທຳຂອງກິ່ງແຂວງເວີນຊານ, ພ້ອມທັງ ໃຊ້ກ້ອງຖ່າຍຮູບ ແລະ ກ້ອງຖ່າຍວິດີໂອໃນມືຂອງຕົນດໍາເນີນການສ້າງວິດີໂອສັ້ນ ເພື່ອບັນທຶກຄວາມສຸກອັນບໍລິ ສຸດຂອງເວີນຊານ.

ທ້າວ ຫວັງເຫວີຍ ນັກສຶກສາຈາກມຽນມາ ໄດ້ມາແຂວງຢູນນານເປັນຄັ້ງທໍາອິດ, ພໍໄດ້ມາຮອດຜູຈືເຮີ່ຍ, ທ້າວກໍໄດ້ມັກຮັກກັບເວີນຊານທັນທີໂລດ. ໃນສອງສາມມື້ຜ່ານມານີ້, ທ້າວໄດ້ຖ່າຍວິດີໂອສັ້ນຂອງເວີນຊານເປັນຈໍານວນຫຼາຍ. "ຂ້າພະເຈົ້າຈະເຜີຍແຜ່ສິ່ງທີ່ຂ້າພະເຈົ້າໄດ້ຖ່າຍທຳນີ້ຜ່ານທາງອິນເຕີເນັດ, ໃຫ້ປະຊາຊົນມຽນມາໄດ້ເຫັນເຖິງມົນສະເໜ່ຂອງຈີນ ພ້ອມກັບມົນສະເໜ່ຂອງຢູນນານ, ໃຫ້ເຂົາເຈົ້າໄດ້ເບິ່ງ, ໄດ້ສໍາຜັດກັບແຂວງຢູນນານ, ສໍາຜັດກັບວັດທະນະທໍາທີ່ແຕກຕ່າງກັນຂອງເວີນຊານ".

ນັກສຶກສາຈາກຫວຽດນາມໄດ້ກ່າວວ່າ: ການເຂົ້າຮ່ວມກິດຈະກໍາຄັ້ງນີ້ແມ່ນການຕັດສິນໃຈທີ່ດີງາມທີ່ສຸດຢ່າງໜຶ່ງໃນຊີວິດຂອງຂ້າພະເຈົ້າ.ເຖິງວ່າການເດີນທາງຄັ້ງນີ້ຈະສັ້ນ, ແຕ່ກໍເປັນເລື່ອງທີ່ລືມບໍ່ໄດ້ສໍາລັບນາງ ແລະ ນາງໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກການແລກປ່ຽນພົວພັນກັບເພື່ອນຮ່ວມງານຈາກປະເທດຕ່າງໆ, ເຊິ່ງເຮັດໃຫ້ນາງຍິ່ງມີຄວາມຮູ້ສຶກ "ໄດ້ມີຊີວິດການເປັນຢູ່ອັນໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູນນານ" ແລະ ໄດ້ເຫັນພາບທີ່ສວຍງາມທີ່ສຸດໃນຊີວິດ.