ງານວາງສະແດງສິລະປະຮູບພາບແລະວິດີໂອທາງລົດໄຟລາວ-ຈີນໄດ້ໄຂຂຶ້ນຢູ່ປັກກິ່ງ ເປັນຄັ້ງທຳອິດ

Yunnan Gateway, July 11, 2024
Size:

ຫວ່າງມໍ່ໆມານີ້, ງານວາງສະແດງສິລະປະຮູບພາບແລະວິດີໂອທາງລົດໄຟລາວ-ຈີນພາຍໃຕ້ຫົວຂໍ"ຜ່ານລົດໄຟໄປຮອດວຽງຈັນ" ໄດ້ໄຂຂຶ້ນຢູ່ຫໍວາງສະແດງຂອງຫໍວັດທະນະທຳຊົນເຜົ່າປັກກິ່ງ. ງານວາງສະແດງໄດ້ສະແດງພາບຖ່າຍ 217 ແຜ່ນ ແລະ ວິດີໂອ 8 ຊິ້ນ, ແລະຈະດຳເນີນການວາງສະແດງໄປຮອດວັນທີ 23 ມິຖຸນານີ້, ແລະ ຈະຈັດກິດຈະກຳຄືສຳມະນາພິເສດ ແລະ ວາງສະແດງ 6 ຄັ້ງທີ່ຕັ້ງຢູ່ 5 ເມືອງເຊັ່ນ: ເມືອງຟູຊິງແຂວງຟູຈ້ຽນ, ເມືອງເຮີຊວນແຂວງຈົງກິ່ງ, ເມືອງພູເອີແຂວງຢຸນນານ, ເມືອງຊຽງຮຸ່ງ(ຈິງຫົງ)ກິ່ງແຂວງສິບສອງພັນນາ ແລະ ນະຄອນຄຸນໝິງ.

ງານວາງສະແດງສິລະປະຮູບພາບ ແລະ ວິດີໂອທາງລົດໄຟລາວ-ຈີນຄັ້ງນີ້ໄດ້ນຳໃຊ້ທັດສະນະເອກະສານໃໝ່ເພື່ອສະແດງໃຫ້ເຫັນຂະບວນການກໍ່ສ້າງໂຄງການຮ່ວມມືສາກົນລະຫວ່າງສອງປະເທດຢ່າງຮອບດ້ານ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ຊຸກຍູ້ການຮ່ວມມື ແລະ ແລກປ່ຽນໃນດ້ານວັດທະນະທຳ ແລະ ສິລະປະລະຫວ່າງລາວກັບຈີນ.