ເວລາປະມານ 4 ໂມງຂອງວັນທີ 2 ກໍລະກົດນີ້, ໄປຄຽງຄູ່ກັບຂະບວນລົດໄຟຂົນສົ່ງທະຫານເຂົ້າຈອດຢູ່ສະຖານີໂພນໂຮງແຂວງວຽງຈັນປະເທດລາວ, ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຮ່ວມຈີນ-ລາວ “ໂລ້ກຳບັງມິດຕະພາບ 2024” ໄດ້ເດີນທາງເຖິງປະເທດລາວທັງໝົດ, ຈາກນັ້ນໄດ້ຄ່ຽນຖ່າຍອຸປະກອນທັນທີ.
ໂດຍອີງຕາມຄວາມເຫັນທີ່ເປັນເອກະພາບກັນທີ່ສອງຝ່າຍຈີນ-ລາວຕົກລົງກັນ, ການຊ້ອມຮົບຮ່ວມຈີນ-ລາວ “ໂລ້ກຳບັງມິດຕະພາບ 2024” ຈະຈັດຂຶ້ນລະຫວ່າງວັນທີ 5-18 ກໍລະກົດນີ້ຢູ່ປະເທດລາວ. ກອງທັບສອງປະເທດຈະປິ່ນປ້ອມຫົວຂໍ້ “ການເຄື່ອນໄຫວປະສານສູ້ຮົບປ້ອງກັນ”,ເພື່ອຈັດຕັ້ງການຊ້ອມຮົບຮ່ວມໂດຍນຳໃຊ້ກຳລັງທະຫານຕົວຈິງ. ການຊ້ອມຮົບຮ່ວມຄັ້ງນີ້ມີເນື້ອໃນຕ່າງໆເຊັ່ນ ການເຝິກຊ້ອມປະສົມ, ການເຝິກຊ້ອມສັງລວມແລະການແລກປ່ຽນດ້ານວັດທະນະທຳເປັນຕົ້ນ. ສອງຝ່າຍມີກຳລັງທະຫານເຂົ້າຮ່ວມການຊ້ອມຮົບລວມທັງໝົດ 1.200 ກວ່າຄົນ, ຝ່າຍຈີນໄດ້ສົ່ງທະຫານ 300 ກວ່າຄົນແລະນຳເອົາອາວຸດຍຸດໂທປະກອນຫຼາຍແບບເຂົ້າຮ່ວມການຊ້ອມຮົບຄັ້ງນີ້.