ວັນທີ 17 ມິຖຸນາ, ພິທີເປີດງານສັບປະດາຜະລິດຕະພັນສຽງ-ພາບ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM) ຄັ້ງທີ V ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢູນນານ, ໂດຍການເປັນເຈົ້າພາບຮ່ວມຂອງກົມໃຫຍ່ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດຈີນ, ກະຊວງສື່ມວນຊົນ ແລະສື່ສານ ແຫ່ງ ສສ ຫວຽດນາມ(MIC) ແລະ ອຳນາດການປົກຄອງແຂວງຢູນນານ, ມີຜູ້ແທນຈຳນວນ 400 ກວ່າທ່ານ ທີ່ມາຈາກພາກສ່ວນທີ່ຮັບຜິດຊອບວຽກງານວິທະຍຸກະຈາຍສຽງ-ໂທລະພາບ ພາກລັດ ແລະ ອົງການສື່ມວນຊົນຫຼັກຂອງບັນດາປະເທດ LM ແລະ ປະເທດອາຊີໃຕ້ ຄື ປາກິດສະຖານ, ສີລັງກາ ແລະ ບັງກລາເທດເຂົ້າຮ່ວມ.
ງານນສັບປະດາຄັ້ງນີ້ດຳເນີນໄປໃນລະຫວ່າງວັນທີ 17 ຫາ ວັນທີ 22 ມິຖຸນາ ໂດຍມີການຈັດກິດຈະກຳຕ່າງໆ, ເຊັ່ນ ພິທີເປີດ, ການສາຍລາຍການພາບແລະສຽງທີ່ດີເດັ່ນ, ຕັ້ງຄ້າຍກິດຈະກໍາສ້າງວິດີໂອສັ້ນຊາວໜຸ່ມຄັ້ງທີ 3, ກອງປະຊຸມສົນທະນາການແລກປ່ຽນກ່ຽວກັບວຽກງານພາບແລະສຽງ ແລະ ການສາຍລະຄອນໂທລະພາບຂອງຈີນທີ່ດີເດັ່ນຢູ່ຫວຽດນາມ ພາຍໃຕ້ຫົວຂໍ້ “ພາບ-ສຽງ ຈີນກ້າວໄປສູ່ຫວຽດນາມ” ເປັນຕົ້ນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງໝາກຜົນການຮ່ວມມືດ້ານວຽກງານພາບ-ສຽງ LM ແບບສາມມິຕິ, ພ້ອມທັງໄດ້ວາງສະແດງ ກ່ຽວກັບ ມໍລະດົກວັດທະນະທຳນາມມະທຳທີ່ມີເອກະລັກສະເພາະຂອງ ສປ ຈີນ ແລະ ບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ ເພື່ອເປັນການເພີ່ມພູນຄູນສ້າງຄວາມເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນບັນດາປະເທດຢ່າງບໍ່ຢຸດຢັ້ງ ພ້ອມທັງເຮັດໃຫ້ອະລິຍະທຳຂອງປະເທດຕ່າງໆສາມາດຮັບການສືບທອດຜ່ານການຮ່ວມມື, ມີການປະດິດສ້າງໃໝ່ຜ່ານການຮ່ວມມື ແລະ ມີການພັດທະນາຜ່ານການຮ່ວມມື.
ໃນຖານະເປັນຍີ່ຫໍ້ການຮ່ວມມືດ້ານສື່ມວນຊົນໃນພາກພື້ນ, ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ, ງານສັບປະດາຜະລິດຕະພັນສຽງ-ພາບກໍໄດ້ສ້າງໝາກຜົນອັນອຸດົມສົມບູນໃນດ້ານການແລກປ່ຽນລາຍການ, ການຮ່ວມມືໃນການຜະລິດ, ການແລກປ່ຽນດ້ານເຕັກນິກ ແລະ ການຮ່ວມມືດ້ານສື່ໃໝ່ ເປັນຕົ້ນ ເຊິ່ງໄດ້ກາຍເປັນເວທີສຳຄັນສຳລັບການຮ່ວມມືດ້ານສື່ມວນຊົນ ແລະ ການແລກປ່ຽນດ້ານວັດທະນະທໍາລະຫວ່າງບັນດາປະເທດ LM.