ໃນຊຸມປີທີ່ຜ່ານມາ, ແຂວງກຸ້ຍໂຈວ ສປ ຈີນ ໄດ້ພົວພັນ ແລະ ຮ່ວມມື ກັບບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢ່າງແໜ້ນແຟ້ນ, ສະນັ້ນເພື່ອຊຸກຍູ້ການແລກປ່ຽນ ດ້ານການກິລາ ແລະ ວັດທະນະທໍາ-ສັງຄົມ ລະຫວ່າງສອງຝ່າຍ, ແຂວງກຸ້ຍໂຈວໄດ້ຈັດ ກິດຈະກໍາ “ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ປະຈໍາປີ 2024 ໄດ້ເຊື້ອເຊີນນັກສຶກສາຕ່າງປະເທດ ຈໍານວນ 33 ຄົນ ຈາກບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເຂົ້າຮ່ວມງານແຂ່ງຂັນແລ່ນມາຣາທອນກຸ້ຍຢາງປະຈໍາປີ 2024 ໃນວັນທີ 16 ທີ່ຜ່ານມານີ້. ຫຼັງຈາກງານແຂ່ງຂັນແລ້ວ, ນັກສຶກສາຕ່າງປະເທດໄດ້ໄປຢ້ຽມຊົມ "ການວາງສະແດງວັດທະນະທໍາ-ປະຫວັດສາດແຂວງກຸ້ຍໂຈວທີ່ຫຼາກຫຼາຍສີສັນ" ຢູ່ຫໍພິພິທະພັນແຂວງກຸ້ຍໂຈວ ເພື່ອລົງເລິກຄວາມເຂົ້າໃຈ ຕໍ່ທິວທັດທໍາມະຊາດ, ວັດທະນະທໍາ, ວິຖີຊີວິດ ແລະ ປະຫວັດສາດຂອງແຂວງກຸ້ຍໂຈວ.
ນາງ Jin Feifei ນັກສຶກສາມຽນມ້າ ທີ່ສຶກສາຢູ່ມະຫາວິທະຍາໄລສ້າງຄູກຸ້ຍໂຈວກ່າວວ່າ, ບ້ານເມືອງຂອງຂ້າພະເຈົ້າຕິດກັບແຂວງຢຸນນານ, ການຮຽນພາສາຈີນຈະອໍານວຍຄວາມສະດວກແກ່ຂ້າພະເຈົ້າໃນການໃຊ້ຊີ ວິດ ແລະ ການປະກອບອາຊີບ. ເວລາຮຽນພາສາຈີນ, ຕ້ອງເຂົ້າໃຈວັດທະນະທໍາຈີນພ້ອມ. ການຢ້ຽມຊົມຫໍພິພິທະພັນຈະສາມາດໄດ້ຮັບຄວາມຮູ້ໃຫ້ຫຼາຍຂຶ້ນໂດຍໄວ ຊຶ່ງເປັນການຕອບສະໜອງຄວາມຕ້ອງການຂອງຂ້າພະເຈົ້າໃນການຮໍ່າຮຽນ.
ໃນຊຸມປີທີ່ຜ່ານມາ, ລະຄອນ ແລະ ຮູບເງົາຈີນໄດ້ເຜີຍແຜ່ສູ່ຕ່າງປະເທດຫຼາຍຂຶ້ນ ແລະ ໄດ້ດຶງດູດຜູ້ຊົມຕ່າງປະເທດຈໍານວນນັບມື້ນັບຫຼາຍຂຶ້ນ ຊຶ່ງ ນາງ Chen Huilin ນັກສຶກສາກໍາປູເຈຍ ທີ່ສຶກສາຢູ່ມະຫາວິທະຍາໄລກຸ້ຍໂຈວກໍເປັນໜຶ່ງໃນນັ້ນ. "ຫຼັງຈາກຂ້າພະເຈົ້າໄດ້ເບິ່ງລະຄອນເລື່ອງບູຮານ ກໍມັກພາສາຈີນເລີຍ, ຂ້າພະເຈົ້າຢາກຮຽນຮູ້ເລື່ອງປະຫວັດສາດໃນລະຄອນເລື່ອງນັ້ນ. ສະນັ້ນ, ຂ້າພະເຈົ້າຈຶ່ງເລີ່ມຮຽນພາສາຈີນຢູ່ໂຮງຮຽນພາສາຈີນ ໃນຕອນອາຍຸ 15 ປີ, ຮອດປີນີ້ເປັນປີທີ 7 ແລ້ວ.” ໃນການຢ້ຽມຊົມຄັ້ງນີ້, ນາງ Chen Huilin ສົນໃຈເຄື່ອງປະດັບເອ້ຢ້ອງໃນຍຸກຕ່າງໆຂອງຫໍພິພິທະພັນຫຼາຍກວ່າໝູ່. "ເຄື່ອງປະດັບເອ້ຢ້ອງຈີນໃນຍຸກຕ່າງໆສວຍງາມທຸກອັນ. ຂ້າພະເຈົ້າຢາກຮັບຮູ້ປະຫວັດກ່ຽວກັບເຄື່ອງປະດັບເອ້ຢ້ອງດັ່ງກ່າວ. ເຖິງວ່າການຮຽນພາສາຈີນຍາກຫຼາຍກໍຕາມ, ແຕ່ຂ້າພະເຈົ້າຍັງຕ້ອງສືບຕໍ່ດຸໝັ່ນຂະຫຍັນພຽນໃນການຮໍ່າຮຽນ.”
ນາງ ຫວໍ້ທິແທງທຸຍ ນັກສຶກສາຫວຽດນາມ ທີ່ສຶກສາຢູ່ມະຫາວິທະຍາໄລການເງິນ ແລະ ເສດຖະສາດກຸ້ຍໂຈວ ກ່າວວ່າ, “ປະເທດຈີນມີປະຫວັດສາດອັນຍາວນານ, ວຽກງານການປົກປັກຮັກສາວັດຖຸບູຮານຢູ່ຈີນກໍດໍາເນີນໄປດ້ວຍດີ. ພວກຂ້າພະເຈົ້າສາມາດຮຽນຮູ້ປະຫວັດສາດຈີນທີ່ຍາວນານເຖິງຫຼາຍພັນປີຢູ່ຫໍພິພິທະພັນໄດ້ ທັງສາມາດຊົມເບິ່ງລວດລາຍຕ່າງໆ ທີ່ບັນທຶກໄວ້ໃນວັດຖຸບູຮານ. ຂ້າພະເຈົ້າສົນໃຈຕໍ່ປະຫວັດສາດ ແລະ ວັດທະນະທໍາຈີນຫຼາຍ, ຫໍພິພິທະພັນເປັນວິທີທາງສໍາຄັນໜຶ່ງ ເພື່ອຊ່ວຍຂ້າພະເຈົ້າຮຽນຮູ້ປະຫວັດສາດ ແລະ ວັດທະນະທໍາຈີນ.”