ງານແລກປ່ຽນວັດທະນະທຳລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ-ຈີນປະຈຳປີ 2024 ໄດ້ຈັດຂຶ້ນຢູ່ເມືອງຫຼາກິ່ງແຂວງສິບສອງພັນນາ ສປ ຈີນ

Yunnan Gateway, July 4, 2024
Size:


ໃນວັນທີ 20 ມິຖຸນາ ນີ້, ພິທີເຊັນສັນຍາລວມຂອງງານແລກປ່ຽນວັດທະນະທຳລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ-ຈີນ ແລະ ພິທີມອບຮັບໄດ້ຈັດຂຶ້ນຢູ່ເມືອງຫຼາກິ່ງແຂວງປົກຄອງຕົນເອງເຜົ່າໄທລື້ສິບສອງພັນນາ ສປ ຈີນ. ຫົວຂໍ້ຂອງກິດຈະກຳຄັ້ງນີ້ແມ່ນ “ສາຍພູສາຍນໍ້າຕິດຈອດກັນ ຊົມໃຊ້ປ່າຝົນຮ່ວມກັນ” ງານຈະຈັດໄປເຖິງວັນທີ 22, ກິດຈະກຳລວມທັງການເຊັນສັນຍາ, ການມອບຮັບໂຄງການ, ງານນັດໃຫຍ່ໄຫວ້ພຣະພຸດທະເຈົ້າຂອງ “ສ່ຽວສະຫາຍສາກົນ” ລະຫວ່າງປະຊາຊົນຊາຍແດນລາວ-ຈີນ ແລະ ກິດຈະກຳປະສົບການດ້ານສື່ມວນຊົນ ເປັນຕົ້ນ, ເພື່ອສະແດງຜົນງານການພັດທະນາການຮ່ວມມືທີ່ເປັນມິດຕະພາບໃນຂົງເຂດຊາຍແດນລາວ-ຈີນຢ່າງເຕັມທີ່.

ໃນມື້ດຽວກັນ, ເມືອງຫຼາກິ່ງແຂວງສິບສອງພັນນາ ສປ ຈີນ ກັບເມືອງໄຊແຂວງອຸດົມໄຊປະເທດລາວໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈສ້າງເປັນເມືອງແຮກສ່ຽວ, ກຸ່ມບ້ານນ້ອຍບ້ານໝາວຊາວຊານຂອງຄະນະບ້ານຮຸຍລົວຕາແສງເມີງບ້ານເມືອງຫຼາ ສປ ຈີນ ກັບ ກຸ່ມບ້ານນ້ອຍບ້ານໝາວຊາວຊານຂອງເມືອງບຸນນູແຂວງຜົ້ງສາລີປະເທດລາວ ໄດ້ເຊັນສັນຍາສ້າງເປັນບ້ານແຮກສ່ຽວ. ຫ້ອງການຊັບພະຍາກອນມະນຸດ ແລະ ຮັບປະກັນສັງຄົມເມືອງຫຼາ ສປ ຈີນ ກັບ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມແຂວງຜົ້ງສາລີປະເທດລາວ ໄດ້ເຊັນສັນຍາການປະສານສົມທົບດ້ານແຮງງານຂ້າມຊາດ, ບໍລິສັດຟາມຫຼີໝິງ ຈຳກັດ ເມືອງຫຼາ ສປ ຈີນ ກັບ ສູນແຈກຢາຍຜະລິດຕະພັນກະເສດສຳຮອງແຫ່ງຊາດລາວ ແລະ ບໍລິສັດຂົນສົ່ງສາກົນ ໄດ້ເຊັນສັນຍາການຮ່ວມມືຍຸດທະສາດກະສິກຳທີ່ຢູ່ຕ່າງປະເທດ.

ໃນພິທີມອບຮັບ, ສະມາຄົມມິດຕະພາບແຂວງຢຸນນານໄດ້ມອບໂຄງການສະໜັບສະໜູນ “ຫົວໃຈເຊື່ອນຕໍ່ກັນ ຂະບວນການຂອງແຂວງຢຸນນານ” ໃຫ້ແກ່ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນຄຸນໝິງ, ມູນນິທິພັດທະນາມິດຕະພາບ ແລະ ສັນຕິພາບປະເທດຈີນໄດ້ມອບທຶນການສຶກສາຈີນ-ອາຊີຕາເວັນອອກສ່ຽງໃຕ້ໃຫ້ແກ່ໂຮງຮຽນອາຊີວະສຶກສາຊັ້ນສູງເມືອງຫຼາ. ມີຄອບຄົວຄູ່ໜຶ່ງທີ່ມາຈາກບ້ານແລປະເທດຈີນ ແລະ ບ້ານນາຄຳປະເທດລາວ ໄດ້ສ້າງເປັນ “ຄອບຄົວແຮກສ່ຽວສາທິດ”.

ໃນປັດຈຸບັນ, ແຂວງຢຸນນານປະເທດຈີນ ແລະ ປະເທດລາວໄດ້ສ້າງເປັນເມືອງແຮກສ່ຽວສາກົນໃນຈຳນວນ 8 ຄູ່ ແລະ ບ້ານແຮກສ່ຽວ 4 ຄູ່, ການຮ່ວມມືລະຫວ່າງແຂວງຢຸນນານ ແລະ ປະເທດລາວສືບຕໍ່ກ້າວໄປຢູ່ໃນແຖວໜ້າຂອງການຮ່ວມມືລະດັບທ້ອງຖິ່ນຂອງສອງປະເທດມາໂດຍຕະຫຼອດ. ແຂວງຢຸນນານໄດ້ປະຕິບັດໂຄງການຂະໜາດນ້ອຍແຕ່ສວຍງາມ 28 ໂຄງການໃນປະເທດລາວ ພາຍໃຕ້ໂຄງການ “ຫົວໃຈເຊື່ອມຕໍ່ກັນ ຂະບວນການຂອງແຂວງຢຸນນານ” ເຊິ່ງກ່ຽວພັນເຖິງຂົງເຂດກະສິກໍາ, ການສຶກສາ, ສຸຂະອະນາໄມ, ການປົກປັກຮັກສາຊີວະນານາພັນ ເປັນຕົ້ນ, ກໍໄດ້ຮັບໝາກຜົນທີ່ເປັນຈິງ. 

ຕັ້ງແຕ່ປີ 2022 ເປັນຕົ້ນມາ, ເມືອງຫຼາແຂວງຢຸນນານ ແລະ ປະເທດລາວເລີ່ມການຮ່ວມມືຈັດຕັ້ງກິດຈະກຳ ງານແລກປ່ຽນວັດທະນະທຳລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ-ຈີນ, ມີຜູ້ເຂົ້າຮ່ວມງານຫຼາຍກວ່າ 2 ແສນເທື່ອຄົນ, ເຊິ່ງໄດ້ກາຍເປັນຖານເວທີອັນສຳຄັນໃນການເສີມສ້າງມິດຕະພາບ ແລະ ການຮ່ວມມືການພັດທະນາຂອງສອງຝ່າຍໃຫ້ເລິກເຊິ່ງຍິ່ງຂຶ້ນ.