ໃນໄລຍະກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ອຳນວຍການທະນາຄານສູນກາງອາຊຽນຄັ້ງທີ 11 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ປະກາດວ່າ: ນັບແຕ່ເດືອນເມສາເປັນຕົ້ນໄປ, ປະຊາຊົນລາວໃນປະເທດໄທສາມາດຊື້ສິນຄ້າ ຫຼື ບໍລິການໄດ້ໂດຍການສະແກນ QR code ຂອງຮ້ານຄ້າພາຍໃນທ້ອງຖິ່ນ; ທ້າຍເດືອນມິຖຸນານີ້, ຊາວໄທຍັງສາມາດສະແກນ QR code ຂອງພໍ່ຄ້າລາວເພື່ອຊໍາລະເງິນໄດ້. ທະນາຄານແຫ່ງປະເທດໄທກ່າວວ່າ, ການຮ່ວມມືນີ້ຄາດວ່າຈະເພີ່ມທະວີການຕິດຕໍ່ພົວພັນກັນແລະເຊື່ອມຈອດກັນຂອງການຊຳລະເງິນຂ້າມຊາດຂອງອາຊຽນ ແລະ ທຸລະກໍາສະກຸນເງິນທ້ອງຖິ່ນໃຫ້ເຂັ້ມແຂງຂຶ້ນ, ຊຸກຍູ້ການພັດທະນາການບໍລິໂພກ ແລະ ຂະແໜງການທ່ອງທ່ຽວ.
ໃນຊຸມປີມໍ່ໆມານີ້, ການບໍລິການຊຳລະເງິນດີຈີຕອນຢູ່ບັນດາປະເທດອາຊຽນ ໄດ້ພັດທະນາຢ່າງວ່ອງໄວ. ປ້າຍການຊຳລະເງິນດີຈີຕອນຕ່າງໆແມ່ນມີຢູ່ທົ່ວໄປໃນຮ້ານຄ້າຕ່າງໆໃນເມືອງໃຫຍ່ຂອງປະເທດອາຊີຕາເວັນອອກສ່ຽງໃຕ້, ແລະ ປະຊາຊົນທ້ອງຖິ່ນນັບມື້ນັບຫຼາຍຂຶ້ນກຳລັງເຮັດການຈ່າຍເງິນໂດຍການສະແກນ QR code. ເນື່ອງຈາກທຸລະກໍາການຊຳລະເງິນດ້ວຍ QR code ສ່ວນໃຫຍ່ໃນປະເທດຕ່າງໆ ແມ່ນອີງໃສ່ລະບົບທະນາຄານຂອງຕົນເອງ, ລະບົບການຈ່າຍເງິນໃນປະເທດຕ່າງໆມັກຈະເປັນເອກະລາດເຊິ່ງກັນແລະກັນ ແລະ ບໍ່ສາມາດເຮັດວຽກຮ່ວມກັນໄດ້. ໃນຂະນະທີ່ການພົບປະແລກປ່ຽນບຸກຄະລາກອນ ແລະ ທຸລະກິດນັບມື້ນັບຫຼາຍຂຶ້ນໃນລະຫວ່າງພາກພື້ນ,ແລະ ນິໄສການຊຳລະເງິນຂອງປະຊາຊົນມີການປ່ຽນແປງ, ບັນດາປະເທດອາຊຽນພວມຂະຫຍາຍການຮ່ວມມືການຈ່າຍເງິນດ້ວຍ QR code ຂ້າມຊາຍແດນຢ່າງຕັ້ງໜ້າ.
ໃນປັດຈຸບັນ, ວິທີການຊໍາລະເງິນຜ່ານມືຖືທີ່ປະຊາຊົນໃນພາກພື້ນອາຊີປາຊີຟິກໃຊ້ກັນທົ່ວໄປເຊັ່ນ: Alipayຂອງຈີນ, PromptPayຂອງໄທ, DuitNowຂອງມາເລເຊຍ, QRIS ຂອງອິນໂດເນເຊຍ, ແລະ NETSຂອງສິງກະໂປ ໄດ້ປະສົບຄວາມສໍາເລັດໃນການເຊື່ອມຈອດກັນໃນລະດັບທີ່ແຕກຕ່າງກັນລະຫວ່າງປະເທດໃນພາກພື້ນ, ເຮັດໃຫ້ການຊໍາລະເງິນຂອງປະຊາຊົນມີຄວາມສະດວກສະບາຍຫຼາຍຂຶ້ນ. ບົດລາຍງານທີ່ກ່ຽວຂ້ອງຄາດຄະເນວ່າ, ປະລິມານການຊຳລະເງິນດ້ວຍການສະແກນ QR code ຢູ່ບັນດາປະເທດອາຊຽນຄາດວ່າຈະເພີ່ມຂຶ້ນຈາກ 13 ຕື້ ໃນປີ 2023 ຂຶ້ນເປັນ 90 ຕື້ ໂດລາ ໃນປີ 2028.