ຖານການສົ່ງອອກລົດຍົນແລະລົດຈັກພະລັງງານໃໝ່ຂອງອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ສ້າງຕັ້ງຂຶ້ນຢູ່ນະຄອນຄຸນໝິງ

Yunnan Gateway, June 20, 2024
Size:

ວັນທີ 13 ມິຖຸນານີ້, ຖານການສົ່ງອອກລົດຍົນ ແລະ ລົດຈັກພະລັງງານໃໝ່ຂອງອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ໄດ້ໄຂຂຶ້ນຢູ່ສວນອຸດສາຫະກຳການຄ້າດີຈີຕອນຂ້າມແດນຮວາຮົ່ງຄຸນໝິງແຂວງຢຸນນານ.

ແຕ່ເດືອນ ມັງກອນ ຫາເດືອນ ເມສາ ປີ 2024, ນະຄອນຄຸນໝິງໄດ້ສົ່ງອອກລົດມືສອງທັງໝົດ 473 ຄັນ, ເປັນມູນຄ່າ 8,11 ລ້ານໂດລາ. ພື້ນຖານການສົ່ງອອກລົດຍົນແລະລົດຈັກພະລັງງານໃໝ່ຂອງອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ມີເນື້ອທີ່ເກືອບ 20.000 ຕາແມັດ, ເຊິ່ງໄດ້ຮ່ວມມືກັບບໍລິສັດລົດຍົນພະລັງງານໃໝ່ 10 ແຫ່ງ, ແລະ ຈະອີງໃສ່ຮ້ານຄ້າ 4S ຫຼາຍກວ່າ 50 ແຫ່ງໃນເຂດເສດຖະກິດຂອງຄຸນໝິງ, ບໍລິສັດ 2000 ກວ່າແຫ່ງຈາກສະມາຄົມກິລາລົດຍົນ ແລະ ລົດຈັກແຂວງຢຸນນານ, ກັບຜູ້ຄ້າ 600ກວ່າຮ້ານຢູ່ສວນລົດຍົນແລະລົດຈັກຮວາຮົ່ງ,ເພື່ອວາງແຜນການສ້າງພື້ນຖານການສົ່ງອອກຕ່ອງໂສ້ອຸດສາຫະກຳລົດຍົນແລະລົດຈັກພະລັງງານໃໝ່ແລະເວທີບໍລິການຮຽກໂຮມບໍລິສັດແລະສົ່ງເສີມການລົງທຶນ,ໃຫ້ສະຫນອງການບໍລິການແບບມືອາຊີບແລະເຕັມຮູບແບບເຊັ່ນ:ການສົ່ງອອກຂອງລົດຍົນແລະລົດຈັກພະລັງງານໃຫມ່, ລົດມືສອງ, ແລະເຄື່ອງອາໄຫຼ່, ການສະແດງແລະການເຮັດທຸລະກໍາ, ການຖ່າຍທອດສົດທາງການຄ້າເອເລັກໂຕຣນິກ, ການຄຸ້ມຄອງການຂັບຂີ່ລົດ ແລະ ອື່ນໆ.