ເປີດຕົວກິດຈະກຳຊຸດສຽງ “ທ່ຽວຈາກຢຸນນານ ໄປຊົມອັງກໍວັດ” ລະຫວ່າງ ປະເທດຈີນ (ແຂວງຢຸນນານ) ແລະ ປະເທດກຳປູເຈຍ ໄດ້ຈັດຂຶ້ນທີ່ ນະຄອນຄຸນໝິງ

Yunnan Gateway, June 20, 2024
Size:

ປີນີ້ແມ່ນ “ປີແຫ່ງການແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນ ຈີນ-ກຳປູເຈຍ”. ວັນທີ 7 ມິຖຸນາ 2024 ເນື່ອງໃນໂອກາດຂອງ “ວັນມໍລະດົກທາງວັດທະນະທຳ ແລະ ມໍລະດົກທາງທຳມະຊາດໂລກ” ກິດຈະກຳຊຸດສຽງແຫ່ງສະຖານມໍລະດົກ “ທ່ຽວຈາກຢຸນນານ ໄປຊົມອັງກໍວັດ” ລະຫວ່າງ ປະເທດຈີນ (ແຂວງຢຸນນານ) ແລະ ປະເທດກຳປູເຈຍ ໄດ້ຈັດຂຶ້ນທີ່ ນະຄອນຄຸນໝິງ.

ກິດຈະກຳຊຸດສຽງແຫ່ງສະຖານມໍລະດົກ “ທ່ຽວຈາກຢຸນນານ ໄປຊົມອັງກໍວັດ” ລະຫວ່າງ ປະເທດຈີນ (ແຂວງຢຸນນານ) ແລະ ປະເທດກຳປູເຈຍ ແມ່ນສາຍສຳພັນຂອງການອະນຸລັກ ແລະ ສຶບທອດມໍລະດົກໂລກ ເຊິ່ງປະກອບດ້ວຍລາຍການທ່ອງທ່ຽວທາງວັດທະນະທຳທີ່ອຸດົມສົມບູນ ແລະ ມີຫຼາກຫຼາຍສີສັນເຊັ່ນ: ການຢ້ຽມຊົມສະຖານທີ່ຕົວຈິງ, ການສຳຜັດພາຍໃຕ້ຫົວຂໍ້ສະເພາະ, ງານສຳມະນາບັນນາທິການໃຫຍ່ຂອງສຳນັກຂ່າວຈີນ-ກຳປູເຈຍ, ງານແນະນຳເສັ້ນທາງການທ່ອງທ່ຽວມໍລະດົກໂລກ ແລະ ກິດຈະກຳອື່ນໆ. ການຫັນໜ້າເຂົ້າຫາກັນຂອງມໍລະດົກໂລກ ແມ່ນການຜູກສຳພັນໄມຕີທາງສາຍຕາ ແລະ ເປັນຈຸດເຊື່ອມໂຍງຂອງຈິດວິນຍານ; ການຮຽນຮູ້ ແລະ ຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນແລະກັນ ຄືການສື່ສານໂອ້ລົມລະຫວ່າງວັດທະນະທໍາທີ່ແຕກຕ່າງກັນ, ທັງຍັງເປັນການແລກປ່ຽນທີ່ເປີດກວ້າງ ແລະ ມີຄວາມໂອບເອື້ອອາລີ.