ທະນາຄານ UOB ສາຂາຈີນຈຳກັດໄດ້ເຜີຍແຜ່ບົດລາຍງານການສຳຫຼວດຂອງທະນາຄານ UOB ກ່ຽວກັບວິໄສທັດການພັດທະນາວິສາຫະກິດຈີນ (ບໍ່ລວມທັງຮົງກົງ,ມາກາວແລະໄຕ້ຫວັນ) ປະຈຳປີ 2024 ຢູ່ນະຄອນຊຽງໄຮ້ໃນວັນທີ 13 ມິຖຸນານີ້ ເຊິ່ງສະແດງໃຫ້ເຫັນວ່າ: ອາຊຽນຍັງຄົງເປັນບ່ອນທຳອິດທີ່ວິສາຫະກິດຈີນເລືອກໄປບຸກເບີກທຸລະກິດຢູ່ຕ່າງປະເທດ.
ບົດລາຍງານການສຳຫຼວດຄົ້ນຄວ້າສະແດງໃຫ້ເຫັນວ່າ: ວິສາຫະກິດຈີນທີ່ໃຫ້ສຳພາດກວມປະມານ 90% ໄດ້ຢືນຢັນວ່າມີຄວາມສົນໃຈຕໍ່ການບຸກເບີກທຸລະກິດຢູ່ຕ່າງປະເທດ, ປະມານ 25% ຢືນຢັນວ່າ ໃນໄລຍະ 1-3 ປີຕໍ່ໜ້າ, ການບຸກເບີກທຸລະກິດຢູ່ຕ່າງປະເທດເປັນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງວິສາຫະກິດຕົນ. ວິສາຫະກິດຈີນກວມ 45% ຢືນຢັນວ່າ ຈະພັດທະນາທຸລະກິດຢູ່ອາຊຽນພາຍໃນ 3 ປີຕໍ່ໜ້າ, ອາຊຽນຄອງຖານະອັນດັບໜຶ່ງໃນບັນດາຕະຫຼາດຕ່າງປະເທດ.
ທະນາຄານ UOB ເຊິ່ງເປັນທະນາຄານສຳຄັນຂອງອາຊີທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປ ໄດ້ເຜີຍແຜ່ບົດລາຍງານການສຳຫຼວດຂອງທະນາຄານ UOB ກ່ຽວກັບວິໄສທັດການພັດທະນາວິສາຫະກິດປະຈຳປີເລີ່ມແຕ່ປີ 2020 ເປັນຕົ້ນມາ, ເປົ້າໝາຍສຳຄັນໃນການສຳຫຼວດຄົ້ນຄວ້າປີນີ້ແມ່ນ ວິໄສທັດເສດຖະກິດ 2024 ແລະ ທິດທາງການພັດທະນາໃນອະນາຄົດຂອງວິສາຫະກິດ, ຜູ້ກຳນົດນະໂຍບາຍຫຼືຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຂະໜາດໃຫຍ່ແລະຂະໜາດກາງຢູ່ຈີນເຊິ່ງບໍ່ລວມທັງເຂດຮົງກົງ, ມາກາວແລະໄຕ້ຫວັນໄດ້ເຂົ້າຮ່ວມການໃຫ້ສຳພາດໃນການສຳຫຼວດເທື່ອນີ້.