ວັນທີ 13 ມິຖຸນານີ້, ການເຄື່ອນໄຫວຕ້ານຢາເສບຕິດຮ່ວມ “ທາງເດີນເຮືອທີ່ປອດໄພ” ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນມາງຊື້ກິ່ງແຂວງເຕີຫົງແຂວງຢຸນນານຈີນ. ຜູ້ຮັບຜິດຊອບພາກສ່ວນຕ້ານຢາເສບຕິດຂອງຈີນ, ລາວ, ມຽນມາ, ໄທ, ກຳປູເຈຍແລະຫວຽດນາມໄດ້ເຂົ້າຮ່ວມພິທີໄຂ.
ໃນໄລຍະຈັດການເຄື່ອນໄຫວ, ແຕ່ລະຝ່່າຍຈະຢູ່ພາຍໃຕ້ສັນຍາຫຼາຍຝ່າຍແລະຂອບກົດໝາຍຂອງປະເທດຕົນ, ເຮັດໃຫ້ຊ່ອງທາງການຕິດຕໍ່ດ້ານການປະຕິບັດກົດໝາຍວ່າດ້ວຍການຕ້ານຢາເສບຕິດມີຄວາມສະດວກ, ເຮັດໃຫ້ຮູບແບບການຮ່ວມມືມີຄວາມອຸດົມສົມບູນ, ຈັດສັນກຳລັງດ້ານຊັບພະຍາກອນຢ່າງເປັນເອກະພາບກັນ, ສ້າງກຳລັງປະສົມດ້ານການປະຕິບັດກົດໝາຍວ່າດ້ວຍການຕ້ານຢາເສບຕິດໃນພາກພື້ນ. ຜ່ານການເພີ່ມທະວີການກວດກາແລະປາບປາມຢາເສບຕິດ, ການແລກປ່ຽນຂ່າວລັບ, ການປະຕິບັດກົດໝາຍຮ່ວມແລະວຽກງານອື່ນໆ, ອອກແຮງສຸດຂີດເພື່ອຕ້ານຢາເສບຕິດ, ສານເຄມີຕັ້ງຕົ້ນທີ່ຜະລິດໄດ້ງ່າຍແລະການເຄື່ອນໄຫວກໍ່ອາດຊະຍາກຳອື່ນໆ.