ສານລັດຖະທຳມະນູນໄທຈະດຳເນີນຄະດີກ່ຽວກັບການຍຸບພັກກ້າວໄກ

CRI, June 11, 2024
Size:

ວັນທີ 5 ມິຖຸນານີ້, ສານລັດຖະທຳມະນູນໄທປະກາດວ່າ, ຈະດຳເນີນຄະດີກ່ຽວກັບຄະນະກຳມະການເລືອກຕັ້ງສູນກາງໄທທີ່ສະເໜີໃຫ້ຍຸບພັກກ້າວໄກໃນວັນທີ 12 ມິຖຸນານີ້.

ວັນທີ 12 ມີນາປີນີ້, ກອງປະຊຸມຄະນະກຳມະການເລືອກຕັ້ງສູນກາງໄທໄດ້ຜ່ານມະຕິຕົກລົງເພື່ອສະເໜີໃຫ້ສານລັດຖະທຳມະນູນອອກຄຳສັ່ງຍຸບພັກກ້າວໄກ, ພ້ອມທັງຕັດສິດການເມືອງຂອງຄະນະບໍລິຫານງານຂອງພັກດັ່ງກ່າວ.

ຄະນະກຳມະການເລືອກຕັ້ງສູນກາງໄທອ້າງວ່າ: ໄດ້ມີຫຼັກຖານທີ່ພຽງພໍສາມາດພິສູດວ່າການກະທຳຈຳນວນໜຶ່ງຂອງພັກກ້າວໄກໄດ້ລະເມີດຂໍ້ກຳນົດຂອງລັດຖະທຳມະນູນ.