ຜູ້ແທນຂອງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຢ້ຽມຢາມເມືອງພູເອີ ເພື່ອຮ່ວມກັນຄົ້ນຄວ້າກ່ຽວກັບອະນາຄົດຂອງການຮ່ວມມືໃນຂົງເຂດສະພາບແວດລ້ອມກະສິກຳ

lmcchina.org, June 10, 2024
Size:

ໃນລະຫວ່າງວັນທີ 30 ພຶດສະພາ ຫາ ວັນທີ 2 ມິຖຸນາ, ກິດຈະກຳ “ສາຍພົວພັນຄູ່ຮ່ວມດ້ານການສ້າງຂີດຄວາມສາມາດທີ່ນອນຢູ່ແຜນການ LM ສີຂຽວຂອງສັບປະດາ LM 2024” ໄດ້ຈັດຂຶ້ນຢູ່ແຂວງຢູນນານ ສປ ຈີນ ເຊິ່ງມີພະນັກງານ, ນັກວິຊາການ ແລະ ຊ່ຽວຊານຈາກປະເທດ LM ຈຳນວນ 30 ກວ່າຄົນໄປຢ້ຽມຢາມເມືອງພູເອີ ແລະ ດໍາເນີນການຄົ້ນຄວ້າສໍາຫຼວດໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຄຸ້ມຄອງລະບົບນິເວດແບບຍືນຍົງ ກັບ ການສ້າງຕ່ອງໂສ້ມູນຄ່າສີຂຽ, ສ້າງເຂດຊຸມຊົນທີ່ປບຕົວເຂົ້າກັບດິນຟ້າອາກາດ, ການບໍລິຫານແບບປະສານສົມທົບດ້ານຄຸນນະພາບຂອງສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ.

ທ່ານ San Oo, ຮອງຫົວໜ້າກົມປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ປະເທດມຽນມາ ໄດ້ກ່າວໃນເວລາບໍ່ດົນມານີ້ວ່າ “ການຜະລິດກະສິກຳບໍ່ພຽງແຕ່ເປັນແຫຼ່ງອາຫານຕົ້ນຕໍຂອງມວນມະນຸດ, ອີກດ້ານໜຶ່ງ, ກໍສາມາດຊອກຫາວິທີຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍຜ່ານກະສິກຳ, ບັນດາປະເທດ LM ຄວນຮ່ວມມືກັນເພີ່ມທະວີການຮ່ວມມືດ້ານສະພາບແວດລ້ອມກະສິກຳ, ແບ່ງປັນບົດຮຽນໃຫ້ແກ່ກັນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ເພື່ອຂະຫຍາຍອະນາຄົດການພັດທະນາຂອງກະສິກຳໃຫ້ກວ້າງອອກ.”

ທ່ານ ລຽນໄຊ ບຸນມະນີວັນ ຫົວໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວມີຄຳເຫັນວ່າ ໃນຄັ້ງນີ້ໄດ້ເຫັນເງື່ອນໄຂການປູກ ແລະ ປຸງແຕ່ງກາເຟທີ່ດີຢູ່ແຂວງຢູນນານ, ໄດ້ຮຽນຮູ້ກ່ຽວກັບການຊອກສະແຫວງຫາວິທີການບັດສິ່ງເສດເຫຼືອ ແລະ ນ້ຳເປື້ອນຈາການຜະລິດກາເຟຂອງວິສາຫະກິດກາເຟຂອງແຂວງນີ້, ພ້ອມທັງໄດ້ກ່າວວ່າ “ຂ້າພະເຈົ້າຈະນຳເອົາບົດຮຽນປະສົບການໃນການຜະລິດກາເຟທີ່ເປັນມິດຕໍ່ສິ່ງແວດລ້ອມຢູ່ນີ້ກັບຄືນສູ່ປະເທດລາວ.”