6 ປະເທດ LM ຮ່ວມມືກັນ ເພີ່ມຂີດຄວາມສາມາດໃນການບໍລິຫານສິ່ງແວດລ້ອມ

lmcchina.org, June 10, 2024
Size:

ກອງປະຊຸມສົນທະນາໂຕະມົນເພື່ອແບ່ງປັນຄວາມຮູ້ດ້ານພື້ນຖານໂຄງລ່າງແບບກາກບອນຕ່ຳ ແລະ ຍືນຍົງ ໃນແຜນການ LM ສີຂຽວຂອງ “ສັບປະດາ LM 2024”ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງ ສປ ຈີນ.

ທ່ານ ນາງ ນາຣຸມົນ ໂອຣິສ ຫົວໜ້າພະແນກອາຊີ ແລະ ພາກພື້ນ, ຫ້ອງການກອງເລຂາປະຈຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະເທດໄທ ໄດ້ແລກປ່ຽນບົດຮຽນຂອງປະເທດໄທໃນການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນ, ການຟື້ນຟູບົດບາດຂອງດິນທາມ ແລະ ຊຸກຍູ້ການປູກຈິດສຳນຶກດ້ານສິ່ງແວດລ້ອມຢູ່ເຂດຊຸມຊົນ ແລະ ໂຮງຮຽນ. ເພິ່ນໄດ້ກ່າວວ່າ “ໃນຫຼາຍປີທີ່ຜ່ານມາ, ຫົກປະເທດ LM ໄດ້ດຳເນີນການສົນທະນາກັນກ່ຽວກັບບັນຫາສິ່ງແວດລ້ອມຢ່າງຕໍ່ເນື່ອງ, ໄດ້ດຳເນີນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ພ້ອມທັງໄດ້ສ້າງໃຫ້ມີຄວາມຮັບຮູ້ຮ່ວມກັນຈຳນວນຫຼວງຫຼາຍ.”

ຫົກປະເທດ LM ໄດ້ຮ່ວມກັນດຳເນີນໂຄງການຄົ້ນຄວ້າທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ເປັນຈຳນວນ 40 ກວ່າໂຄງການ, ເຊັ່ນ “ການຄົ້ນຄວ້າກ່ຽວກັບການລົງທຶນໃນການກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງຢູ່ພາກພື້ນ LM ແລະ ການຄົ້ນຄວ້າການລົງທຶນ-ການລະດົມທຶນ” “ການຄົ້ນຄວ້າກ່ຽວກັບການຕິດຕາມກວດສອບດ້ວຍເຕັກໂນໂລຊີສືບຍັງທາງໄກຕໍ່ການກໍ່ສ້າງແລວເສດຖະກິດ ແລະ ແລວນິເວດ ຈີນ-ລາວ” ແລະ “ການຄົ້ນຄວ້າແບບປະສານສົມທົບ ກ່ຽວກັບ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຍົກລະດັບຄຸນນະພາບອາກາດ” ເປັນຕົ້ນ.

ທ່ານ ນາງ ຫຼີເຊຍ ຊ່ຽວຊານຜູ້ທີ່ມີຕໍາແໜ່ງສູງສຸດຂອງສູນການຮ່ວມມືສິ່ງແວດລ້ອມ LM ໄດ້ກ່າວວ່າ “ຜົນການຄົ້ນຄວ້າຮ່ວມເຫຼົ່ານີ້ຈະສະໜອງຂໍ້ສະເໜີລະອຽດໃຫ້ແກ່ການປະຕິບັດນະໂຍບາຍດ້ານສິ່ງແວດລ້ອມຂອງລັດຖະບານປະເທດ LM ແລະ ການຊຸກຍູ້ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ.”

ນອກຈາກນີ້ແລ້ວ, ຫົກປະເທດ LM ຍັງຮ່ວມກັບຄູ່ຮ່ວມມືດຳເນີນໂຄງການຮ່ວມມືແບບສາທິດດ້ານການປົກປັກຮັກສາສິ່ງແວດລ້ອມທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫຼວງຫຼາຍໂດຍໄດ້ປະສານສົມທົບກັບຄວາມຕ້ອງການດ້ານການພັດທະນາແບບຍືນຍົງ ແລະ ການບໍລິຫານສິ່ງແວດລ້ອມທາງນິເວດຂອງຕົນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງໃນພາກພື້ນຢ່າງຕິດແທດຕົວຈິງ.

ທ່ານ ລຽນໄຊ ບຸນມະນີວັນ, ຫົວໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ໄດ້ແນະນຳໃຫ້ຮູ້ວ່າ “ປະເທດລາວ ແລະ ປະເທດຈີນໄດ້ສ້າງຕັ້ງເຂດສະຫງວນຮ່ວມຢູ່ຕາມຊາຍແດນ ລາວ-ຈີນ ເພື່ອດຳເນີນການຮ່ວມມືດ້ານການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນານາພັນຂ້າມແດນ.” ເພິ່ນຍັງໄດ້ສາຍວິດີໂອຕອນໜຶ່ງໃນກອງປະຊຸມ ເຊິ່ງໄດ້ສະແດງເຖິງໂຄງການສາທິດ ລາວ-ຈີນ ດ້ານການຕິດຕາມສະພາບແວດລ້ອມອາກາດໂດຍອັດຕະໂນມັດ, ໜ້າຈໍເອເລັກໂຕຣນິກໃຫຍ່ຂອງໂຄງການດັ່ງກ່າວໄດ້ຖືກຕິດຕັ້ງໄວ້ຢູ່ໃຈກາງຂອງນະຄອນຫຼວງວຽງຈັນ ເພື່ອສະແດງຂໍ້ມູນກ່ຽວກັບຄຸນນະພາບອາກາດຕໍ່ປະຊາຊົນລາວຕາມເວລາຕົວຈິງ.