ນັກສຶກສາຈີນ, ລາວ, ມຽນມາ, ໄທ ແລະ ກຳປູເຈຍຈາກວິທະຍາໄລພູເອີ ເຕັ້ນລຳນໍາກັນໃນ “ງານລາຕີແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”

lmcchina.org, June 5, 2024
Size:

ຕອນຄ່ຳຂອງວັນທີ 19 ພຶດສະພາ, ວິທະຍາໄລພູເອີໄດ້ຈັດຕັ້ງໃຫ້ນັກສຶກສາຈີນ, ລາວ, ມຽນມາ, ໄທ ແລະ ກຳປູເຈຍ ເຂົ້າຮ່ວມກິດຈະກຳເຕັ້ນລຳ “ງານລາຕີແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ພາຍໃຕ້ຫົວຂໍ້ ດື່ມນ້ຳສາຍດຽວກັນ, ຮ່ວມເຕັ້ນລໍາບົດເພງດຽວກັນ” ລະຫວ່າງນັກສຶກສາຈີນ ກັບ ນັກສຶກສາຕ່າງປະເທດ, ໂດຍຖືເອົາການເຕັ້ນບົດຟ້ອນ “ຕ່າເກີ່” ຢູນານທີ່ມີປະຫວັດສາດຍານານ ແລະ ມີເນື້ອໃນວັດທະນະທຳຊົນເຜົ່າທີ່ອຸດົມສົມບູນເປັນສື່ກາງເພື່ອດໍາເນີນການແລກປ່ຽນລະຫວ່າງວັດທະນະທຳຂອງບັນດາປະເທດທ່າມກາງກິດຈະກຳການເຕັ້ນບົດຟ້ອນ “ຕ່າເກີ່”.

ໃນສະຖານທີ່ຈັດກິດຈະກຳ, ນັກສຶກສາຂອງຫ້າປະເທດໄດ້ນຸ່ງຊຸດປະຈຳຊາດ ແລະ ຊຸດຊົນເຜົ່າຂອງຕົນ, ໄດ້ຈັບມືກັນ ແລະ ຮ່ວມກັນເຕັ້ນບົດຟ້ອນ “ຕ່າເກີ່” ຂອງແຂວງຢູນນານຕ່າງໆ ເຊັ່ນ “ຂວັນໃຈເຜົ່າຮ່ານີ”, ເຕັ້ນລໍາລົດຈັກ” ແລະອື່ນໆ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ 

ຕະຫຼອດໄລຍະທີ່ຜ່ານມາ, ວິທະຍາໄລພູເອີ ໄດ້ຕັ້ງໜ້າຈັດກິດຈະກຳທີ່ກ່ຽວຂ້ອງ ແລະ ໃຫ້ນັກສຶກສາຕ່າງປະເທດໄປເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ ເພື່ອເຮັດໃຫ້ພວກເຂົາເຈົ້າສຳຜັດກັບສະເໜ່ຂອງວັດທະນະທຳອັນເປັນມູນເຊື້ອທີ່ດີເດັ່ນຂອງປະຊາຊາດຈີນ ແລະ ວັດທະນະທຳທີ່ມີເອກະລັກສະເພາະຂອງທ້ອງຖິ່ນຢ່າງເຕັມສ່ວນ, ເພີ່ມທະວີການແລກປ່ຽນເຊິ່ງກັນແລະກັນລະຫວ່າງນັກສຶກສາຊາວໜຸ່ມຂອງປະເທດທີ່ຢູ່ໃນພາກພື້ນ LM , ສ້າງເວທີແຫ່ງທັດສະນະຄະຕິວັດທະນະທຳ LM ທີ່ ປະຕິບັດຕໍ່ກັນຢ່າງສະເໝີພາບ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ ແລະ ສະໜິດສະໜົມກັນແບບເປັນຄອບຄົວດຽວກັນ”, ເຊິ່ງມີຜົນດີໃນການຊຸກຍູ້ການຮ່ວມມືແລະການພັດທະນາຂອງການສຶກສາສາກົນ ພາຍໃຕ້ການກໍ່ສ້າງ “ໜຶ່ງແລວ-ໜຶ່ງເສັ້ນທາງ”. ນັບແຕ່ປີ 2023 ເປັນຕົ້ນມາ, ວິທະຍາໄລພູເອີ ໄດ້ຮ່ວມກັບສະຖາບັນ 29 ແຫ່ງ ເພື່ອລົງນາມໃນຂໍ້ລິເລີ່ມ ພັນທະມິດການສຶກສາດ້ານການສ້າງບຸກຄະລາກອນດີຈີຕອນສາກົນໃນພາກພື້ນ LM , ເພື່ອຮ່ວມກັນຊຸກຍູ້ການປະຕິຮູບການຫັນເປັນດີຈີຕອນໃນດ້ານການສຶກສາ.