ງານແຂ່ງຂັນແລ່ນມາຣາທອນ ພາຍໃຕ້ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຕ້າຫຼີ ປະຈໍາປີ 2024 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 19 ພືດສະພາ ທີ່ຜ່ານມານີ້, ຊຶ່ງມີຜູ້ເຂົ້າຮ່ວມຈໍານວນ 15,700 ຄົນ ຈາກ 23 ປະເທດ ແລະ ເຂດແຄວ້ນ.
ງານແຂ່ງຂັນແລ່ນຄັ້ງນີ້ລວມມີ 5 ປະເພດການແຂ່ງຂັນ ຄື: ປະເພດແລ່ນມາຣາທອນ (ໄລຍະ 42,195 ກິໂລແມັດ) ມີຜູ້ເຂົ້າຮ່ວມ 2,000ຄົນ, ປະເພດແລ່ນເຄິ່ງມາຣາທອນ (ໄລຍະ21,0975ກິໂລແມັດ) ມີຜູ້ເຂົ້າຮ່ວມ6,500ຄົນ, ປະເພດແລ່ນເພື່ອຄວາມຮັກ (ໄລຍະ5,2ກິໂລແມັດ) ມີຜູ້ເຂົ້າຮ່ວມ 600 ຄົນ, ປະເພດແລ່ນເພື່ອຄວາມມ່ວນຊື່ນ (ໄລຍະ5.2ກິໂລແມັດ)ມີຜູ້ເຂົ້າຮ່ວມ3,300ຄົນ, ປະເພດແລ່ນເພື່ອຄວາມຮັກແພງຄອບຄົວ (ໄລຍະ2ກິໂລແມັດ) ມີຜູ້ເຂົ້າຮ່ວມ 3,300ຄົນ.
ເສັ້ນທາງແລ່ນໃນງານແຂ່ງຂັນ ຄັ້ງນີ້ໄດ້ແລ່ນຜ່ານແລວທາງລະບົບນິເວດທະເລສາບເອີໄຫ, ທ່າເຮືອບູຮານຫລົງຄັນ, ໄຕທາດເຈດີວັດຊົງເຊີງ, ເມືອງບູຮານຕ້າຫລີ ແລະແຫລ່ງທ່ອງທ່ຽວທີ່ສວຍງາມ ແລະ ບູຮານສະຖານແຫ່ງຕ່າງໆ ຊຶ່ງຜູ້ເຂົ້າຮ່ວມສາມາດສໍາຜັດກັບທິວທັດທີ່ສວຍງາມ , ປະຫວັດສາດອັນຍາວນານ ແລະ ວັດທະນະທໍາທີ່ເປັນມູນເຊື້ອຂອງຕ້າຫລີໄປຄຽງຄູ່ກັບການແລ່ນ. ຢູ່ລຽບຕາມເສັ້ນທາງແລ່ນ ຍັງໄດ້ຈັດຈຸດຢາຍເຄື່ອງດື່ມ ແລະ ອາຫານ ທີ່ເປັນເອກະລັກ ແລະ ມີຈຸດຕອກບັດທີ່ມີສີສັນພິເສດຂອງ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສະແດງໃຫ້ເຫັນເຖິງວັດທະນະທໍາອັນເປັນເອກະລັກຂອງ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ມົນສະເໜ່ ອັນພິເສດຂອງຕ້າຫລີໄດ້.
ງານແຂ່ງຂັນແລ່ນຄັ້ງນີ້ຍັງໄດ້ເຊື້ອເຊີນຄະນະຜູ້ແທນຈາກປະເທດກໍາປູເຈຍ ແລະ ເຈົ້າຫນ້າທີ່ຈາກສະຖານທູດ, ສະຖານກົງສູນໃຫຍ່ຂອງປະເທດກໍາປູເຈຍ, ລາວ, ມຽນມ້າ, ໄທ ແລະ ຫວຽດນາມ ປະຈໍາ ສປ ຈີນ ແລະ ຄຸນຫມິງ, ທັງໄດ້ເຊື້ອເຊີນເຈົ້າຫນ້າທີ່ຈາກອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ປະຈໍາ ນະຄອນຄຸນຫມິງ ເຂົ້າຮ່ວມກິດຈະກໍາຄັ້ງນີ້ອີກດ້ວຍ. ພ້ອມນັ້ນ, ຍັງໄດ້ເຊື້ອເຊີນຄະນະຜູ້ແທນຊາວຫນຸ່ມຈາກ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມການແລກປ່ຽນດ້ານວັດທະນະທໍາກິລາ.