ວັນທີ 22 ເມສາ, ສູນຝຶກອົບຮົມມໍລະດົກວັດທະນະທຳນາມມະທຳສາກົນ ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດເຂດອາຊີ-ປາຊີຟິກ (ຕໍ່ໄປເອີ້ນຫຍໍ້ວ່າ: ສູນອາຊີ-ປາຊີຟິກ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຊຸດຝຶກອົບຮົມການອະນຸລັກຮັກສາມໍລະດົກນາມມະທຳ ຂອງ ສປປ ລາວ ທີ່ ນະຄອນຜູເອີ ແຂວງຢຸນນານ.
ໄລຍະເວລາຂອງຊຸດຝຶກອົບຮົມດັ່ງກ່າວແມ່ນ 4 ວັນ, ວິທະຍາກອນ 2 ທ່ານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ ເນັ້ນຢໍ້າ ແລະ ປິ້ນອ້ອມຫົວຂໍ້ຝຶກອົບຮົມ “ການກຳນົດສ້າງລາຍການ”. ໂດຍມີການອະທິບາຍເນື້ອໃນກ່ຽວກັບຂັ້ນຕອນ, ວິທີການ, ຫຼັກການທາງຈາລິຍະທຳ, ສາຍພົວພັນລະຫວ່າງມໍລະດົກນາມມະທຳ ແລະ ການພັດທະນາແບບຍືນຍົງຕ່າງໆ ເພື່ອໃຫ້ພະນັກງານທີ່ມາຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຕົວແທນທີ່ກ່ຽວຂ້ອງຈາກບັນດາເມືອງ, ນະຄອນ, ແຂວງທີ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ ຈຳນວນ 20 ກວ່າທ່ານ ເຂົ້າໃຈຢ່າງເລິກເຊິ່ງ.
ໃນລະຫວ່າງຝຶກອົບຮົມ, ບັນດາສຳມະນາກອນຂອງລາວຍັງໄດ້ໄປຢ້ຽມຢາມສຳຫຼວດມໍລະດົນນາມມະທຳຢູ່ພາກສະໜາມ, ແລກປ່ຽນໂອ້ລົມກ່ຽວກັບສາຍພົວພັນ ແລະ ຜົນປະໂຫຍດທີ່ມີເຊິ່ງກັນແລະກັນ ລະຫວ່າງມໍລະດົກວັດທະນະທຳນາມມະທຳ ແລະ ມໍລະດົກໂລກ. ເຮັດໃຫ້ບຸກຄົນທີ່ມາຈາກຂະແໜງການມໍລະດົກທາງວັດທະນະທຳຂອງສອງປະເທດລາວ-ຈີນ ໄດ້ມີໂອກາດແບ່ງປັນບົດຮຽນ ແລະ ຜົນສຳເລັດ ໃນດ້ານການອະນຸລັກຮັກສາມໍລະດົກທາງວັດທະນະທຳຂອງສອງປະເທດ ເພື່ອຄົ້ນຫາກາລະໂອກາດຂອງການຮ່ວມມືໃນອະນາຄົດຢ່າງເຕັມທີ່.