ດອກໄມ້ມິດຕະພາບລາວ-ຈີນ ພວມເບັ່ງບານລຽບຕາມທາງລົດໄຟລາວ-ຈີນ

Yunnan Gateway, May 30, 2024
Size:

ຂ້ອຍຊື່ນາງ ຕິ້ງ ພາລີວັນ, ປີນີ້ອາຍຸ 26 ປີ, ຂ້ອຍມາຈາກປະເທດລາວ.

ຂ້ອຍເຄີຍຮຽນຢູ່ວິທະຍາໄລວິທະຍາສາດສັງຄົມ ແລະ ທໍາມະສາດ ເສສວນ, ໄດ້ຮຽນ ແລະ ດໍາລົງຊີວິດຢູ່ຈີນ ເປັນເວລາ 4 ປີປາຍ. ເນື່ອງໃນໂອກາດໃກ້ຈະຮຽນຈົບ, ຂ້ອຍພະຍາຍາມຊອກວຽກເຮັດງານທຳຢູ່ນຳວິສາຫະກິດຈີນ, ຫວັງວ່າ ຈະໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ໄດ້ຮຽນມາເຂົ້າໃນໜ້າທີ່ວຽກງານໃນອະນາຄົດ.ວັນທີ 13 ກໍລະກົດ 2020, ຂ້ອຍໄດ້ເຂົ້າເຮັດວຽກຢູ່ບໍລິສັດການລົງທຶນດ້ານການກໍ່ສ້າງພື້ນຖານໂຄງລ່າງຢຸນນານ (ບໍລິສັດລົງທຶນພື້ນຖານໂຄງລ່າງ) ສົມດັ່ງຄວາມປາຖະໜາຂອງຕົນ ແລະ ກາຍເປັນໜຶ່ງໃນພະນັກງານທີ່ຮັບຜິດຊອບການບໍລິຫານງານຕາມທາງດ່ວນວຽງຈັນ-ວັງວຽງ ເຊິ່ງເປັນທາງດ່ວນສາຍທໍາອິດຂອງປະເທດລາວ, ຂ້ອຍຮູ້ສຶກພາກພູມໃຈຫຼາຍທີ່ປະເທດເຮົາ ມີທາງດ່ວນເປັນຂອງຕົນເອງ, ພ້ອມກັນນີ້, ຂ້ອຍກໍຮູ້ສຶກພາກພູມໃຈທີ່ໄດ້ເຂົ້າມາເຮັດວຽກເປັນໜຶ່ງໃນພະນັກງານ ໃນທີມງານບໍລິຫານງານ ຕາມທາງດ່ວນວຽງຈັນ-ວັງວຽງ.

“ທາງດ່ວນແມ່ນຫຍັງ?”“ການບໍລິຫານງານຕາມທາງດ່ວນຈະເຮັດຫຍັງແດ່?” ເວລາຂ້ອຍຫາກໍ່ເຂົ້າມາເຮັດວຽກໃໝ່ໆ, ສໍາລັບຂ້ອຍເອງ, ເລື່ອງເຫຼົ່ານີ້ ລ້ວນແຕ່ເປັນເລື່ອງໃໝ່, ຂ້ອຍເປັນພະນັກງານໃໝ່ ທີ່ເລີ່ມຕົ້ນໜ້າທີ່ການບໍລິຫານງານຕາມທາງດ່ວນ, ມີຄວາມກະຕືລືລົ້ນ ແລະ ສົນໃຈຫຼາຍຕໍ່ໜ້າທີ່ວຽກງານ ທີ່ຕົນໄດ້ຮັບຜິດຊອບ.

ໃນເວລາ 3 ເດືອນທີ່ເຂົ້າຮ່ວມການຝຶກອົບຮົມພະນັກງານໃໝ່ນັ້ນ, ຕົ້ນຕໍແມ່ນຮຽນຄວາມຮູ້ກ່ຽວກັບວຽກງານປະຈໍາວັນ ແລະ ຂັ້ນຕອນເຮັດວຽກຂອງຜູ້ເກັບຄ່າຜ່ານທາງ. ຕອນເລີ່ມຕົ້ນເຮັດວຽກໃໝ່ໆ, ຂ້ອຍມີຄວາມກັງວົນວ່າ ຈະເກີດມີຄວາມຜິດພາດໃນວຽກງານເກັບຄ່າຜ່ານທາງ. ແຕ່ພາຍໃຕ້ການຊ່ວຍເຫຼືອແບບສຸດອົກສຸດໃຈຂອງບັນດາໝູ່ຮ່ວມງານຝ່າຍຈີນ ກໍຄືຫົວໜ້າສະຖານີເກັບຄ່າຜ່ານທາງວັງວຽງ, ເຮັດໃຫ້ຂ້ອຍ ມີຄວາມຊໍານິຊໍານາ ແລະ ສາມາດເກັບຄ່າຜ່ານທາງຕາມລະບົບເກັບຄ່າທໍານຽມທາງໄດ້ຢ່າງສະດວກວ່ອງໄວ, ຂ້ອຍເລີ່ມຈາກຜູ້ເກັບຄ່າທາງ ກາຍເປັນຫົວໜ້າຫ້ອງການເກັບຄ່າຜ່ານທາງດ່ວນ. ຂ້ອຍບໍ່ພຽງແຕ່ໄດ້ປະສົບການໃນໜ້າທີ່ວຽກງານເທົ່ານັ້ນ, ແຕ່ຫາກຍັງຜູກມິດສຳພັນກັບພະນັກງານຝ່າຍຈີນຫຼາຍຄົນ. ດອກໄມ້ມິດຕະພາບ ລະຫວ່າງ ພະນັກງານລາວ-ຈີນ ທີ່ພວມເບັ່ງບານຕາມທາງດ່ວນວຽງຈັນ-ວັງວຽງ ເຊິ່ງເຮັດໃຫ້ທາງດ່ວນວຽງຈັນ-ວັງວຽງ ກາຍເປັນເສັ້ນທາງແຫ່ງມິດຕະພາບ ແລະ ເສັ້ນທາງແຫ່ງຄວາມສຸກ ລະຫວ່າງ ລາວ-ຈີນ.

ປີ 2022, ຍ້ອນບໍລິສັດມີນະໂຍບາຍ ໃຫ້ຄົນທ້ອງຖິ່ນມາບໍລິຫານໂຄງການທ້ອງຖິ່ນ, ໝູ່ຮ່ວມງານຝ່າຍລາວຫຼາຍຄົນ ລ້ວນແຕ່ໄດ້ເຂົ້າຮ່ວມການຮັບສະໝັກຕໍາແໜ່ງບໍລິຫານ, ໂດຍຜ່ານການແຂ່ງຂັນທາງດ້ານສີມືຄວາມຮູ້ຫຼາຍຮອບ, ຂ້ອຍຖືກຈັດເຂົ້າໃນຄັງພະນັກງານຜູ້ມີຄວາມຮູ້ຄວາມສາມາດຝ່າຍລາວຂອງບໍລິສັດ  ແລະ ໄດ້ຖືກແຕ່ງຕັ້ງເປັນຮອງຫົວໜ້າສະຖານີວັງວຽງ. ນີ້ສະແດງໃຫ້ເຫັນວ່າ: ທາງບໍລິສັດ ໄດ້ຢັ້ງຢືນໃຫ້ເຫັນ ຕໍ່ຜົນງານຂອງຂ້ອຍ, ເຮັດໃຫ້ ຂ້ອຍ ຍິ່ງມີຄວາມບຸກບືນຫ້າວຫັນທີ່ຈະອຸທິດກຳລັງວັງຊາຂອງຕົນເພື່ອບໍລິສັດ.

ຕະຫຼອດ 4 ປີ ທີ່ເຂົ້າເຮັດວຽກຢູ່ບໍລິສັດລົງທຶນພື້ນຖານໂຄງລ່າງນີ້, ຂ້ອຍ ກັບໝູ່ຮ່ວມງານຝ່າຍຈີນຫຼາຍຄົນ ໄດ້ຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕ່າງໆນາໆ, ໄດ້ຮ່ວມຊີວິດກັນແບບເບີກບານມ່ວນຊື່ນ. ພວກເຮົາໄດ້ຮ່ວມກັນສະເຫຼີມສະຫຼອງບຸນປະເພນີທັງສອງປະເທດ ລາວ-ຈີນ ຄື: ບຸນກຸດຈີນ, ບຸນເຂົ້າຕົ້ມ, ບຸນສົງການ ແລະ ອື່ນໆ, ເຊິ່ງໄດ້ສຳຜັດກັບຄວາມມ່ວນຊື່ນ ໃນການແລກປ່ຽນວັດທະນະທຳ ລະຫວ່າງ ສອງປະເທດລາວ-ຈີນ.

ເຖິງວ່າວັດທະນະທໍາສອງປະເທດ ມີຄວາມແຕກຕ່າງກັນກໍຕາມ, ແຕ່ພວກເຮົາໄດ້ທຳຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພວກເຮົາ ເປັນເພື່ອນມິດກັນ, ເປັນຄອບຄົວດຽວກັນ. ຂ້ອຍຂໍສະແດງຄວາມຂອບອົກຂອບໃຈຕໍ່ຄວາມໄວ້ວາງໃຈ ແລະ ການສະໜັບສະໜູນ ຈາກທາງບໍລິສັດລົງທຶນພື້ນຖານໂຄງລ່າງເຊິ່ງເຮັດໃຫ້ຂ້ອຍເຕີບໃຫຍ່ຂຶ້ນ ເປັນພະນັກງານດີເດັ່ນ ຄືປັດຈຸບັນນີ້, ພ້ອມທັງໄດ້ຜູກມິດສຳພັນກັບພະນັກງານຫຼາຍຄົນ ທີ່ມີພາສາເວົ້າຕ່າງກັນ ແລະ ວັດທະນະທຳຕ່າງກັນ. ໃນອະນາຄົດ, ຂ້ອຍຈະອຸທິດກຳລັງວັງຊາຂອງຕົນຈົນສຸດຄວາມສາມາດ ເພື່ອການພັດທະນາຂອງບໍລິສັດ, ຮ່ວມແຮງຮ່ວມໃຈກັບເພື່ອນຮ່ວມງານທີ່ມີອຸດົມການດຽວກັນ ເພື່ອຂຽນປະວັດສາດໜ້າໃໝ່ຂອງບໍລິສັດ.

ບົດໂດຍ: ນາງ ຕິ້ງ ພາລີວັນ