ໄທເປັນປະເທດຕົ້ນຕໍໃນການຜະລິດ ແລະ ສົ່ງອອກຖຸລຽນຢູ່ໃນໂລກ, ມີຖຸລຽນຈໍານວນຫຼວງຫຼາຍໄດ້ສົ່ງອອກໄປເຖິງປະເທດຈີນໃນແຕ່ລະປີ. ຕາມສະຖິຕິຂອງກົມພາສີໃຫຍ່ແຫ່ງຊາດຈີນໃຫ້ຮູ້ວ່າ: ປີ 2023, ການນຳເຂົ້າຖຸລຽນຂອງຈີນແມ່ນ 1,426 ລ້ານໂຕນ, ໃນນັ້ນຖຸລຽນສົດຈາກປະເທດໄທແມ່ນ 929.000 ໂຕນ, ຄິດເປັນ 65,15% ຂອງຈຳນວນການນຳເຂົ້າຖຸລຽນສົດທັງໝົດຂອງຈີນ. ຍ້ອນມີຄວາມຈຳກັດທາງການຂົນສົ່ງ, ການເກັບຮັກສາ ແລະ ເງື່ອນໄຂອື່ນໆ, ໝາກໄມ້ແຖບຮ້ອນທີ່ຜະລິດຈາກອາຊຽນເຄີຍເປັນເລື່ອງຍາກທີ່ເຂົ້າສຸ່ຕະຫຼາດຂອງຈີນໃນວົງກວ້າງໄດ້. ແຕ່ໃນຊຸມປີທີ່ຜ່ານມາ, ຄຽງຄູ່ກັນກັບການຊຸກຍູ້ສົ່ງເສີມການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນຢ່າງລົງເລິກ ແລະ ການເກີດມີຜົນສັກສິດຢ່າງຮອບດ້ານຂອງສັນຍາອາເຊັບ (RCEP), ການເລັ່ງການກໍ່ສ້າງຊ່ອງທາງໃຫມ່ທາງບົກ-ທາງທະເລພາກຕາເວັນຕົກ ແລະ ໂຄງການເຊື່ອມໂຍງເຊື່ອມຈອດຊຸດໜຶ່ງ ແລະ ການພັດທະນາອັນວ່ອງໄວຂອງລະບົບຂົນສົ່ງຕ່ອງໂສ້ເຢັນຂ້າມຊາດ ກັບ ຖານເວທີການຄ້າເອເລັກໂຕຣນິກ, ພ້ອມກັບນະໂຍບາຍ ກັບ ມາດຕະການທີ່ອຳນວຍຄວາມສະດວກໄດ້ຖະແຫຼງອອກມາຢ່າງຕໍ່ເນື່ອງນັ້ນ, ເຮັດໃຫ້ຖຸລຽນ ແລະ ໝາກໄມ້ອາຊຽນປະເພດອື່ນໆໄດ້ມີຄວາມສະດວກຍິ່ງຂຶ້ນ ສາມາດເຂົ້າສູ່ຕະຫຼາດຈີນຢ່າງມີປະສິດທິພາບ.